ຂ່າວສານ

ຮຸງ​ກາ​ຣີ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ກັບ ຫວຽດ​ນາມ

ທ່ານບຸຍເລທ້າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີສະເໜີສະພາແຫ່ງຊາດ ຮຸງກາຣີ ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງລັດຖະບານສອງປະເທດໄດ້ລົງນາມ
ທ່ານປະທານສະພາແຫ່ງຊາດ ຮຸງກາຣີ László Kövér ໃຫ້ການຕ້ອນຮັບທ່ານ ບຸຍເລທ້າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ (ພາບ: TTXVN)

ວັນທີ 27 ກຸມພາ, ຢູ່ນະຄອນຫຼວງ Budapest  ຂອງຮຸງກາຣີ, ທ່ານປະທານສະພາແຫ່ງຊາດ ຮຸງກາຣີ László Kövér ໄດ້ໃຫ້ການຕ້ອນຮັບທ່ານ ບຸຍເລທ້າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ László Kövér ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ, ພິເສດໃນການແບ່ງປັນບົດຮຽນປະສົບການສ້າງກົດໝາຍ. ທ່ານ László Kövér ສະເໜີບາງມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍ, ໃນນັ້ນມີການຊຸກຍູ້ການຄ້າ, ການລົງທຶນ, ການຮ່ວມມືດ້ານການສຶກສາ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ບຸຍເລທ້າຍ ຢັ້ງຢືນການພົວພັນສອງປະເທດບັນລຸໄດ້ບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນທຸກຂົງເຂດ. ທ່ານເອກອັກຄະລັດຖະທູດ ສະເໜີສະພາແຫ່ງຊາດ ຮຸງກາຣີ ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງລັດຖະບານສອງປະເທດໄດ້ລົງນາມ, ທ່ານປາດຖະໜາ ສະພາແຫ່ງຊາດ ສອງປະເທດສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນລະຫວ່າງບັນດາອົງການວິຊາສະເພາະ, ກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ, ແບ່ງປັນບົດຮຽນປະສົບການກັບສະພາແຫ່ງຊາດ ຫວຽດນາມ ໃນວຽກງານກໍ່ສ້າງ ແລະ ບູລະນະລະບົບກົດໝາຍ.


top