ຂ່າວສານ

ຮັບ​ປະ​ກັນ​ລັກ​ສະ​ນະ​ຕາງ​ໜ້າ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ເລືອກ​ຕັ້ງ

ວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່.
  ພາບປະກອບ: VGP  

 

ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ຜັນຂະຫຍາຍໂດຍໄວ, ຄົບຊຸດ ດ້ວຍຈຸດສຸມແມ່ນຍົກສູງຄຸນນະພາບສະມາຊິກ.                     

 ຍົກສູງຄຸນນະພາບສະມາຊິກ, ຮັບປະກັນລັກສະນະປະຊາທິປະໄຕ

ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ມີ 864 ທ່ານ ໄດ້ປະກາດ ແລະ ຕິດປະກາດຢ່າງເປີດເຜີຍຢູ່ຫົວໜ່ວຍເລືອກຕັ້ງ 182 ແຫ່ງໃນທົ່ວປະເທດ. ຈາກບັນຊີລາຍຊື່ນີ້, ຜູ້ມີສິດເລືອກຕັ້ງກວ່າ 73,4 ລ້ານຄົນຈະເລືອກຕັ້ງສະມາຊິກ 500 ທ່ານ. ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 864 ທ່ານ, ມີເພດຍິງ 392 ທ່ານ ກວມເອົາອັດຕາ 45,37%; ຊາວເຜົ່າສ່ວນໜ້ອຍ 188 ທ່ານ ກວມເອົາ 21,76%; ຜູ້ບໍ່ແມ່ນສະມາຊິກພັກ 65 ທ່ານ ກວມເອົາ 7,52%... ທ່ານນາງ ບຸຍຮວ່ຽນມາຍ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

ໂຄງປະກອບ, ພາກສ່ວນສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຮັບປະກັນຕາງໜ້າໃຫ້ແກ່ບັນດາຂະແໜງການ, ວົງການ, ສະຖານທີ່, ບັນດາເຜົ່າ. ພິເສດ, ບັນຫາໂຄງປະກອບກໍ່ປົກປ້ອງໃຫ້ກຸ່ມຄົນທີ່ມີຄວາມສ່ຽງສູງກວ່າໝູ່, ຍົກຕົວຢ່າງຄືແມ່ຍິງ, ຊາວຊົນເຜົ່າສ່ວນໜ້ອຍເພື່ອໃຫ້ພວກເຮົາເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ດີເດັ່ນທີ່ສຸດຢ່າງແທ້ຈິງ.

ໄປຄຽງຄູ່ກັບໂຄງປະກອບນີ້ແມ່ນວິວັດການເລືອກຕັ້ງ. ການປະຊຸມປຶກສາຫາລືເປັນສາມຮອບ ເພື່ອຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ຕາມບ່ອນພັກອາໄສ ແລະ ຫ້ອງການເຮັດວຽກ, ການກວດກາເອກະສານຢ່າງເຂັ້ມງວດ ໄດ້ສ້າງກົນໄກກວດຄັດເລືອກເອົາຢ່າງລະອຽດລະອໍ. ເປົ້າໝາຍບໍ່ພຽງແຕ່ຮັບປະກັນຈຳນວນ, ຖືກຕ້ອງຕາມໂຄງປະກອບເທົ່ານັ້ນ ຫາກຍັງເລືອກເອົາໄດ້ສະມາຊິກທີ່ບັນລຸມາດຖານສູງທີ່ສຸດກ່ຽວກັບຄຸນສົມບັດ, ກຳລັງຄວາມສາມາດ, ລະດັບຄວາມຮູ້ວິຊາສະເພາະ, ພູມປັນຍາ, ຈິດໃຈຄວາມຮັບຜິດຊອບ, ມີຄຸນນະທາດຢ່າງແທ້ຈິງ ແລະ ກ້າຄິດກ້າທຳເພື່ອຜົນປະໂຫຍດລວມ. ທ່ານນາງ ຕ້າທິອຽນ, ຮອງຫົວໜ້າກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຜູ້ປະຈຳການຫ້ອງການສະພາເລືອກຕັ້ງແຫ່ງຊາດ ຢັ້ງຢືນວ່າ:

ການກວດ, ການຄັດເລືອກເພື່ອແນະນຳຜູ້ສະໝັກຮັບເລືອກຕັ້ງໄດ້ດຳເນີນຢ່າງລະອຽດ, ເຂັ້ມງວດ, ລະມັດລະວັງ ແລະ ຮັບປະກັນຄົບຖ້ວນທຸກມາດຖານ, ເງື່ອນໄຂຕາມຂໍ້ກຳນົດຄືຄຳເວົ້າຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ເນັ້ນໜັກແມ່ນ ພວກເຮົາຕ້ອງສູ້ຊົນເພື່ອເລືອກຕັ້ງຈຳນວນ, ໂຄງປະກອບສະມາຊິກສະພາແຫ່ງຊາດຢ່າງຄົບຖ້ວນ ແຕ່ຕ້ອງຖືຄຸນນະພາບຂອງສະມາຊິກສະພາແຫ່ງຊາດປັນສຳຄັນແຖວໜ້າ.

ຕາມສະພາເລືອກຕັ້ງແຫ່ງຊາດແລ້ວ, ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ໄດ້ປະກາດກ່ອນເວລາທີ່ກຳນົດ, ຮັບປະກັນຈຳນວນທີ່ຍັງເຫຼືອຕາມກົດໝາຍກຳນົດເພື່ອສ້າງເງື່ອນໄຂໃຫ້ຜູ້ມີສິດເລືອກຕັ້ງມີພື້ນຖານປຽບທຽບ, ຄັດເລືອກ. ນີ້ແມ່ນພື້ນຖານເພື່ອເລືອກເອົາສະພາແຫ່ງຊາດທີ່ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບໃນທັງສາມບົດບາດໜ້າທີ່: ສ້າງລັດຖະທຳມະນູນ, ສ້າງກົດໝາຍ; ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ; ຕິດຕາມກວດກາສູງສຸດສຳລັບບັນດາການເຄື່ອນໄຫວຂອງລັດ ໃນໄລຍະພັດທະນາໃໝ່.

ບັດເລືອກຕັ້ງແຫ່ງຄວາມເຊື່ອໝັ້ນ

ວັນທີ 15 ມີນາ ບໍ່ພຽງແຕ່ແມ່ນວັນບຸນປະຊາທິປະໄຕເທົ່ານັ້ນ ຫາກຍັງແມ່ນຈຸດເວລາເພື່ອໃຫ້ຜູ້ມີສິດເລືອກຕັ້ງແຕ່ລະຄົນປະຕິບັດສິດ ແລະ ຄວາມຮັບຜິດຊອບຂອງຕົນເພື່ອເລືອກເອົາບັນດາສະມາຊິກສະພາແຫ່ງຊາດທີ່ເໝາະສົມ, ຕາງໜ້າໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ອົງການແຫ່ງສິດອຳນາດແຫ່ງລັດສູງສຸດ.

ໄລຍະພັດທະນາໃໝ່ຂອງປະເທດຊາດພວມວາງອອກບັນດາຄວາມຮຽກຮ້ອງສູງທີ່ສຸດ, ດັ່ງນັ້ນ ຄາດຫວັງສຳລັບສະມາຊິກສະພາແຫ່ງຊາດຊຸດໃໝ່ກໍ່ໄດ້ຍົກສູງຂຶ້ນ. ທ່ານປ.ອ ຫງວຽນວຽດຈຶກ, ອະດີດຮອງຫົວໜ້າກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດ (ປັດຈຸບັນແມ່ນ ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ) ຖືວ່າ:

ພວກເຮົາພວມກ້າວເຂົ້າສູ່ສັງກາດທີ່ຕ້ອງປະຕິບັດຄວາມຄາດຫວັງຂອງຊາດ, ຮອດປີ 2045 ກາຍເປັນປະເທດພັດທະນາ. ສິ່ງນີ້ວາງອອກບັນດາຄວາມຮຽກຮ້ອງຕ້ອງການສູງທີ່ສຸດ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ຕ້ອງມີຄຸນສົມບັດຄຸນນະທາດ, ມີຄວາມເກັ່ງກ້າສາມາດພິເສດກວ່າ, ສຸດຈິດສຸດໃຈຮັບໃຊ້ທີ່ພິເສດກວ່າ. ຜູ້ມີສິດເລືອກຕັ້ງແຕ່ລະຄົນຕ້ອງເສີມຂະຫຍາຍບົດບາດຂອງຕົນເພື່ອຄັດເລືອກ ແລະ ຕ້ອງມີສະຕິຮັບຮູ້ໄດ້ວ່າ ນີ້ທັງແມ່ນສິດຜົນປະໂຫຍດທັງແມ່ນຄວາມຮັບຜິດຊອບຂອງຕົນຕໍ່ການພັດທະນາປະເທດຊາດ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI  ບໍ່ພຽງແຕ່ແມ່ນເຫດການການເມືອງປະຈຳໄລຍະແບບທຳມະດາເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອເລືອກເອົາບຸກຄະລາກອນດີເດັ່ນໃຫ້ແກ່ອົງການທີ່ມີສິດອຳນາດແຫ່ງລັດສູງສຸດໃນໄລຍະພັດທະນາໃໝ່. ເມື່ອຄຸນນະພາບໄດ້ຮັບຖືວ່າແມ່ນສຳຄັນແຖວໜ້າ, ໂຄງປະກອບຮັບປະກັນລັກສະນະຕາງໜ້າ ແລະ  ເມື່ອຜູ້ມີສິດເລືອກຕັ້ງແຕ່ລະຄົນມີສະຕິຮັບຮູ້ໄດ້ເຖິງສິດ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນ, ຫວຽດນາມ ຈະມີສະພາແຫ່ງຊາດແຫ່ງພູມປັນຍາ, ເປັນມືອາຊີບ ແລະ ມີການກະທຳ, ມີຄວາມສາມາດບົ່ມຊ້ອນຢ່າງຄົບຖ້ວນເພື່ອປະຕິບັດການຫັນຄວາມຄາດຫັວງພັດທະນາ, ຕອບສະໜອງຄວາມເຊື່ອໝັ້ນ ແລະ ຄວາມຝາກຝັງຂອງປະຊາຊົນໃຫ້ປະກົດຜົນເປັນຈິງໄດ້.


top