ຕອນບ່າຍວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ເປັນປະທານກອງປະຊຸມກັບການນຳຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ບັນດາກະຊວງຂະແໜງການກ່ຽວກັບເຮືອນຢູ່ໃຫ້ເຊົ່າ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນຊີ້ນຳ (ພາບ: VOV)
ທ່ານນາຍົກລັດຖະມົນຕີ ເລມິງຮຶງຊີ້ແຈ້ງວ່າການພັດທະນາເຮືອນຢູ່ສັງຄົມ ເວົ້າລວມ ແລະ ເຮືອນຢູ່ໃຫ້ເຊົ່າເວົ້າສະເພາະໃນໄລຍະຜ່ານມາບັນລຸໝາກຜົນທີ່ຕັ້ງໜ້າ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຫາກໍ່ຕອບສະໜອງຄວາມຕ້ອງການມີເຮືອນຢູ່, ກຳມະສິດເຮືອນຢູ່, ໃນຂະນະທີ່ຄວາມຕ້ອງການເຊົ່າເຮືອນດ້ວຍລາຄາສົມເຫດສົມຜົນຂອງຜູ້ອອກແຮງງານ, ນັກສຶກສາ, ພະລັງານ, ລັດຖະກອນ, ກຳລັງປະກອບອາວຸດແມ່ນໃຫຍ່ຫຼວງທີ່ສຸດແຕ່ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີວ່າ:
ຕ້ອງອີງຕາມການວາງແຜນຜັງຕົວເມືອງ ແລະ ຊົນນະບົດຂອງ ຮ່າໂນ້ຍ. ກ່ອນອື່ນໝົດຍັງບໍ່ທັນລະດົມແຫຼ່ງກຳລັງຂອງສັງຄົມ, ແຫຼ່ງກຳລັງເອກະຊົນ, ລັດຕ້ອງລົງທຶນ, ສຸມໃສ່ກໍ່ສ້າງ. ກະຊວງກໍ່ສ້າງປະສານສົມທົບກັບຮ່າໂນ້ຍ ເພື່ອມີມາດຕະຖານ. ສ້າງໃນໄລຍະເວລາຄືແນວໃດ ລັດບໍ່ເກັບຄ່າດິນ, ພຽງແຕ່ຄິດໄລ່ຄ່າກໍ່ສ້າງ ແລະ ຫຼັງຈາກນັ້ນຊຳລະຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ, ນັບທັງຄ່າເຄື່ອນໄຫວ, ບຳລຸງໃນອະນາຄົດ. ຖ້າໃຫ້ຄຳໝັ້ນສັນຍາ ໃຫ້ເຊົ່າແຕ່ ເວລາ 15 – 20 ປີ ຄວາມຕ້ອງການຕ້ອງມີເຮືອນຢູ່ຈະຫຼຸດລົງຫຼາຍ.