ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ XIII ຫາກໍ່ເປັນເອກະພາບຢ່າງສູງຂໍ້ສະເໜີກ່ຽວກັບການສືບຕໍ່ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ສັບຊ້ອນຫົວໜ່ວຍບໍລິຫານ ແລະ ອົງການອຳນາດການປົກຄອງທ້ອງຖີ່ນ ສອງຂັ້ນ. ການສັບຊ້ອນຫົວໜ່ວຍບໍລິຫານທ້ອງຖິ່ນໃນຄັ້ງນີ້ໄດ້ສ້າງຂຶ້ນບົນຈິດໃຈວິທະຍາສາດ, ບຸກທະລຸ, ມີຫົວຄິດປະດິດສ້າງ, ຕິດແທດສະພາບການຕົວຈິງ ດ້ວຍວິໄສທັດທີ່ມອງກ້ວາງເຫັນໄກ, ຢ່າງໜ້ອຍສຸດແມ່ນ 100 ປີ, ຮັບປະກັນການສ້າງ ແລະ ເປີດກວ້າງສະຖານທີ່ພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳເໝາະສົມກັບການພັດທະນາຂອງປະເທດຊາດ.
ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ XIII
ການປະຕິວັດການປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດລົງ ໄດ້ ແລະ ພວມໄດ້ດຳເນີນຢ່າງຮີບດ່ວນ, ເປັນເອກະພາບສູງໃນທົ່ວພັກ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສະໜັບສະໜູນຈາກປະຊາຊົນ.
ນະໂຍບາຍຊີ້ຂາດຍຸດທະສາດທີ່ບໍ່ເຄີຍມີມາກ່ອນ
ອົງການອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນຂອງ ຫວຽດນາມ ຈະລວມມີ ຂັ້ນແຂວງ (ແຂວງ, ນະຄອນຂຶ້ນກັບສູນກາງ), ຂັ້ນຕາແສງ (ຕາແສງ, ເຂດພິເສດຂຶ້ນກັບແຂວງ, ນະຄອນ). ຂັ້ນເມືອງຈະຢຸດຕິການເຄື່ອນໄຫວ, ແທນທີ່ນັ້ນແມ່ນຮູບແບບສອງຂັ້ນດັ່ງກ່າວ.
ດ້ວຍຮູບແບບອົງການບໍລິຫານໃໝ່, ຂັ້ນແຂວງທັງແມ່ນຂັ້ນປະຕິບັດແຜນນະໂຍບາຍ, ນະໂຍບາຍຈາກສູນກາງ, ທັງປະກາດໃຊ້ນະໂຍບາຍໃນບໍລິເວນແຂວງ, ນະຄອນ ແລະ ຊີ້ນຳ, ຄຸ້ມຄອງໂດຍກົງບັນດາການເຄື່ອນໄຫວຂອງຂັ້ນຕາແສງໃນບໍລິເວນ. ຂັ້ນຕາແສງສ່ວນຫຼາຍແມ່ນປະຕິບັດນະໂຍບາຍຈາກຂັ້ນສູນກາງ ແລະ ຂັ້ນແຂວງປະກາດໃຊ້. ເຕື້ອງເຖິງຄວາມຮຽກຮ້ອງໂດຍຂັ້ນສູນກາງວາງອອກໃຫ້ແກ່ວຽກງານການສັບຊ້ອນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
ອຳນາດການປົກຄອງທ້ອງຖິ່ນພາຍຫຼັງໄດ້ຮັບການສັບຊ້ອນຕ້ອງຮັບປະກັນລັກສະນະກະທັດລັດລົງ, ມີປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງສັງຄົມທີ່ທັນສະໄໝ, ປະຕິບັດບັນດາເປົ້າໝາຍເຕີບໂຕໂດຍໄວ, ຍືນຍົງ; ສ້າງທ່ວງທາ ແລະ ກຳລັງໃໝ່ໃຫ້ແກ່ໜ້າທີ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສ້າງທ່ວງທ່າ ແລະ ກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ເສດຖະກິດເອກະຊົນ, ຍູ້ໄວການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ເບິ່ງແຍງດູແລຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ນັບມື້ນັບດີກ່ວາເກົ່າ.
ເພື່ອວຽກງານສັບຊ້ອນໄດ້ປະຕິບັດໂດຍໄວ, ຄົບຊຸດ, ຄະນະບໍລິຫານງານສູນກາງພັກໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍປັງປຸງ, ເພີ່ມເຕີມລັດຖະທຳມະນູນ, ກົດໝາຍແຫ່ງລັດກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບອຳນາດການປົກຄອງທ້ອງຖິ່ນເພື່ອຮັບໃຊ້ການປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງ, ບັນດາຂໍ້ກຳນົດກ່ຽວກັບແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ ສັງຄົມເຊິ່ງມີຜົນສັກສິດແຕ່ວັນທີ 01 ກໍລະກົດ ປີ 2025, ກຳນົດເວລາປະຕິບັດເພື່ອຮັບປະກັນການເຄື່ອນໄຫວຢ່າງລຸລ່ວງ, ບໍ່ຂາດວັກຂາດຕອນ, ເໝາະສົມກັບແຜນການ, ວິວັດການປະຕິບັດການສັບຊ້ອນ.
ຜັນຂະຫຍາຍຢ່າງຂ້ຽວຂາດ, ຕັ້ງໃຈປະຕິບັດຢູ່ລະດັບສູງ
ພາຍຫຼັງກອງປະຊຸມສູນກາງຄັ້ງທີ 11 ດຳເນີນເປັນເວລາສອງວັນ, ຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບວຽກງານປະຕິບັດມະຕິເລກທີ 18 - NQ/TW ໄດ້ຈັດກອງປະຊຸມຄັ້ງທີ 3 (ວັນທີ 14 ເມສາ). ກອງປະຊຸມ ໄດ້ເປັນເອກະພາບຮັບຮອງເອົາ 121 ກຸ່ມວຽກງານລະອຽດຕິດພັນກັບຄວາມຮັບຜິດຊອບ ແລະ ຈຸດເວລາປະຕິບັດສຳເລັດຕາມແຕ່ລະວັນ. ຕາມທ່ານເລຂາທິການໃຫຍ່ ໂຕເລິມແລ້ວ, ບັນດາກຸ່ມວຽກງານນີ້ມີສ່ວນກ່ຽວຂ້ອງກັນຢ່າງແໜ້ນແຟ້ນ, ວຽກງານໜຶ່ງຊັກຊ້າຈະເຮັດໃຫ້ທົ່ວລະບົບຊັກຊ້າ. ດັ່ງນັ້ນ, ບໍ່ສາມາດຊັກຊ້າໃນການປະຕິບັດວຽກງງານໃດ, ເປັນຕົ້ນແມ່ນກຸ່ມວຽກງານກ່ຽວກັບການບູລະນະລະບົບລະບຽບການກົດໝາຍ, ບູລະນະບັນດາຂໍ້ກຳນົດຂອງພັກຕ້ອງປະຕິບັດກ່ອນນັ້ນບາດກ້າວໜຶ່ງ ເພື່ອສ້າງກອບນິຕິກຳຢ່າງໝັ້ນແກ່ນໃຫ້ແກ່ບັນດາອົງການປະຕິບັດຕາມ.
ກໍ່ໃນວັນທີ 14 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການສະຫຼຸບມະຕິເລກທີ 18 ຂອງສູນກາງ, ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານສັບຊ້ອນ, ປັບປຸງບັນດາຫົວໜ່ວຍບໍລິຫານ. ຄະນະຊີ້ນຳຂອງລັດຖະບານໄດ້ປະກາດໃຊ້ແຜນການປະຕິບັດສັບຊ້ອນຫົວໜ່ວຍບໍລິຫານ ແລະ ສ້າງຮູບແບບອົງການທ້ອງຖິ່ນ ສອງຂັ້ນ. ບັນດາວຽກງານຕ້ອງໄດ້ປະຕິບັດຢ່າງຄົບຊຸດ, ສົມທົບກັນຢ່າງແໜ້ນແຟ້ນ. ນັບແຕ່ວັນທີ 1 ກໍລະກົດ ຕ້ອງຮັບປະກັນການເຄື່ອນໄຫວຢ່າງເປັນປົກກະຕິຂອງອຳນາດການປົກຄອງໃໝ່ພາຍຫຼັງໄດ້ຮັບການປັບປຸງ, ເປັນເອກະພາບຕໍ່ບັນດາໂປແກຼມ ເພື່ອແກ້ໄຂວຽກງານບໍລິຫານໃນທົ່ວປະເທດ, ສົມທົບກັບຮາກຖານຂໍ້ມູນພົນລະເມືອງ.
ໃນຂະນະນັ້ນ, ຕອນເຊົ້າວັນທີ 16 ເມສາ, ຢູ່ຫໍປະຊຸມ ຢຽນຮົ່ງ (ຮ່າໂນ້ຍ), ກົມການເມືອງ, ຄະນເລຂາໄດ້ຈັດກອງປະຊຸມທົ່ວປະເທດເພື່ອເຊື່ອມຊືນຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດສຳຄັນທີ່ກອງປະຊຸມຄັ້ງທີ 11ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ຮັບຮອງເອົາ ຢ່າງທັນການ. ສິ່ງນີ້ສະແດງໃຫ້ເຫັນລະດັບຄວາມສຳຄັນຂອງບັນດາເນື້ອໃນທີ່ຈຳເປັນຕ້ອງເຊື່ອມຊືມກໍ່ຄືຂອບຂະໜາດຜົນກະທົບຂອງບັນດາເນື້ອໃນນີ້. ນີ້ກໍ່ແມ່ນບັນດາເນື້ອໃນໂດຍພະນັກງານ, ສະມາຊິກພັກຂອງປະຊາຊົນມີຄວາມເອົາໃຈໃສ່ຕິດຕາມ ແລະ ປາດຖະໜາຢາກຜັນຂະຫຍາຍປະຕິບັດໂດຍໄວ.
ການສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງ ແມ່ນນະໂຍບາຍຊີ້ຂາດຍຸດທະສາດບໍ່ເຄີຍມີມາກ່ອນ ດ້ວຍເປົ້າໝາຍສູງທີ່ສຸດເພື່ອການພັດທະນາໂດຍໄວ, ມີສະຖຽນລະພາບ, ຍືນຍົງຂອງປະເທດຊາດ, ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງປະຊາຊົນໄດ້ດີກ່ວາອີກ, ສ້າງກົງຈັກການປົກຄອງໃຫ້ກະທັດລັດລົງ, ປ່ຽນແປງການປົກຄອງແບບເປັນທ່າຮັບ ໄປເປັນເຈົ້າການໃນການຮັບໃຊ້ປະຊາຊົນ. ພ້ອມທັງ, ສ້າງການພັດທະນາ, ຄວາມສາມາດຢ່າງພຽງພໍໃນການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນບັນດາແຜນນະໂຍບາຍຂອງພັກເຂົ້າຊີວິດຕົວຈິງໃນສັງກາດພັດທະນາ ແລະ ວັດທະນາຖາວອນ.