ຂ່າວສານ

ຮັບເອົາບັນດາຄຳເຫັນທີ່ຖືກຕ້ອງຢ່າງເຂັ້ມງວດ, ສ້າງຮ່າງເອກະສານ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃຫ້ສົມບູນແບບ

      ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ: ບັນດາໜ່ວຍງານຮຽບຮຽງ, ບັນດາອະນຸກຳມະການຕ້ອງສຸມໃສ່, ຮີບເຮັ່ງສ້າງບັນດາຮ່າງເອກະສານໃຫ້ສົມບູນແບບ, ຮັບປະກັນເນື້ອໃນຢ່າງຖືກຕ້ອງ. ບົາຍງານທີ່ກອງປະຊຸມໃຫຍ່ຕ້ອງໄດ້ສ້າງໃຫ້ສົມບູນແບບ ແລະ ສ່ອງແສງສຽງເວົ້າລວມໄດ້, ສະແດງໃຫ້ເຫັນບົດບາດນຳພາຂອງພັກ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ວັນທີ 8 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ ເພື່ອຮັບເອົາບັນດາຄຳເຫັນປະກອບຂອງບັນດາອົງຄະນະພັກຂຶ້ນກັບສູນກາງ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ປຶກສາຫາລື, ປະກອບຄຳເຫັນເພື່ອສ້າງ ຮ່າງເອກະສານໃຫ້ສົມບູນແບບໃນຄັ້ງສຸດທ້າຍ, ກະກຽມຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 14, ຂຸດທີ XII ພິຈາລະນາ, ຕັດສິນ, ສຳເລັດວຽກງານກະກຽມຮ່າງເອກະສານຂອງກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ: ບັນດາໜ່ວຍງານຮຽບຮຽງ, ບັນດາອະນຸກຳມະການຕ້ອງສຸມໃສ່, ຮີບເຮັ່ງສ້າງບັນດາຮ່າງເອກະສານໃຫ້ສົມບູນແບບ, ຮັບປະກັນເນື້ອໃນຢ່າງຖືກຕ້ອງ. ບົາຍງານທີ່ກອງປະຊຸມໃຫຍ່ຕ້ອງໄດ້ສ້າງໃຫ້ສົມບູນແບບ ແລະ ສ່ອງແສງສຽງເວົ້າລວມໄດ້, ສະແດງໃຫ້ເຫັນບົດບາດນຳພາຂອງພັກ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຮ່າງເອກະສານກອງປະຊຸມໃຫຍ່ຕ້ອງກະກຽມຢ່າງລະອຽດ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ພັກ, ນຳປະເທດຊາດກ້າວເຂົ້າໄລຍະພັດທະນາໃໝ່.
(ແຫຼ່ງຄັດຈາກ VOV)


top