ຂ່າວສານ

ຮັບປະກັນ​ໃຫ້​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ​ທີ 2 ກັນຍາ ​​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ ​ແລະ ປອດ​ໄພ

ຕອນບ່າຍວັນທີ 15 ສິງຫານີ້, ຢູ່ຮ່າໂນ້ຍ, ກອງປະຊຸມຄະນະຊີ້ນຳສູນກາງກ໋ຽວກັບພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ບັນດາເຫດການປະຫວັດສາດສຳຄັນຂອງປະເທດຊາດໃນໄລຍະ 3 ປີ 2023-2025.
ທ່ານເຈີນເກີມຕູ້,ຜູ້ປະຈຳການຄະນະເລຂາທິການສູນກາງພັກກ່າວຄຳເຫັນສະຫລຸບກອງປະຊຸມ

ທີ່ກອງປະຊຸມ, ຄະນະຊີ້ນຳໃຫ້ຮູ້ວ່າ: ວຽກງານກະກຽມສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ພວມຜັນຂະຫຍາຍຢ່າງຮີບດ່ວນ ແລະ ຄົບຊຸດ,ຕາມແຜນການທີ່ໄດ້ວາງອອກ. ວຽກງານໂຄສະນາໄດ້ຮັບການປະຕິບັດເປັນຢ່າງດີ, ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ, ເປັນການສຶກສາອົບຮົມດ້ານແນວຄິດ, ໂດຍສະເພາະແມ່ນລຸ້ນໜຸ່ມເພື່ອມຸ່ງໄປເຖິງເຫດການ.

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເຈີນເກີມຕູ້,ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ນະຄອນຮ່າໂນ້ຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເຮັດສຳເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ ເພື່ອຮັບປະກັນຜົນສຳເລັດ ແລະ ຄວາມປອດໄພຂອຂອງເຫດການ. ບັນດາວຽກງານຖະແຫຼງຂ່າວໂຄສະນາ ຕ້ອງຮັບປະກັນການເຜີຍແຜ່ຢ່າງກ້ວາງຂວາງ ທັງພາຍໃນ ແລະ ຕ່າງປະເທດ, ໂຄສະນາບັນດາເຫດການທີ່ຈັດຂຶ້ນຢູ່ທ້ອງຖິ່ນ, ກະຊວງ, ຂະແໜງການ; ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານີໂທລະພາບຫວຽດນາມ ຕ້ອງເປັນເອກະພາບກັນແຜນການຖ່າຍທອດສົດ

top