ຂ່າວສານ

ຮັດແໜ້ນ, ຮັກສາ ແລະ ປັບປຸງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ

ຕອນເຊົ້າວັນທີ 25 ພຶດສະພາ, ທີ່ທຳນຽບ ປະທານປະເທດ, ທ່ານປະທານປະເທດ ເລືອງເກືອງໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະລັດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ນຳໜ້າ ໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄວ້ອາໄລອະດີດປະທານປະເທດ ເຈີ່ນດຶກເລືອງ.
ທ່ານປະທານປະເທດ ເລືອງເກືອງ ຕ້ອນຮັບ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ

ທ່ານປະທານປະເທດ ເລືອງເກືອງ ຢືນຢັນວ່າ: ການພົວພັນມິດຕະພາບ ຫວຽດນາມ - ລາວ ແມ່ນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ເປັນມູນເຊື້ອທີ່ຫາຍາກໃນໂລກ ແລະ ສາຍພົວພັນອັນດີງາມນີ້ໄດ້ຮັບການຢືນຢັນຈາກສອງຝ່າຍເປັນມູນເຊື້ອອັນລ້ຳຄ່າທີ່ຄົນລຸ້ນຫຼັງຕ້ອງອະນຸລັກຮັກສາ ແລະ ເພີ່ມທະວີ. ທ່ານປະທານປະເທດ ໄດ້ເນັ້ນໜັກເຖິງບາງເນື້ອໃນຕົ້ນຕໍໃນການຜັນຂະຫຍາຍການພົວພັນຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ໃນນັ້ນມີການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ ແລະ 2 ລັດ ເປັນຕົ້ນແມ່ນໝາກຜົນການຢ້ຽມຢາມຂອງການນຳຂັ້ນສູງຂອງ 2 ປະເທດ.

   ສ່ວນທ່ານນາງ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະເຮັດຈົນສຸດຄວາມສາມາດ ຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຮັດແໜ້ນ, ຮັກສາ ແລະ ປັບປຸງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ຕັດສິນໃຈປະຕິບັດມະຕິຂອງແຕ່ລະພັກ ແລະ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ແລະ 14 ຂອງແຕ່ລະພັກໃຫ້ປະສົບຜົນສໍາເລັດ.


top