ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ​ເຮັດ​ວຽ​ກ​ກັບ​ແຂວງ ຊອກ​ຈັງ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ແຂວງ ຊອກຈັງ ສືບຕໍ່ຍົກສູງກຳລັງຄວາມສາມາດໃນການຊີ້ນຳຂອງບັນດາອົງຄະນະພັກ, ບົດບາດຄຸ້ມຄອງບໍລິຫານຂອງອຳນາດການປົກຄອງທຸກຂັ້ນ.

 ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ
ຕອນບ່າຍວັນທີ 6 ພຶດສະພາ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ພ້ອມກັບຄະນະປະຕິບັດງານຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງໄດ້ມີການລົງສຳຫຼວດ, ກວດກາ ແລະ ເຮັດວຽກຢູ່ ແຂວງ ຊອກຈັງ ກ່ຽວກັບການປະຕິບັດມະຕິ 33 ຂອງຄະນະບໍລິຫານງານສູນກາງພັກ (ຊຸດ XI) ກ່ຽວກັບການສ້າງສາ, ພັດທະນາວັດທະນະທຳ, ຊາວ ຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາແບບຍືນຍົງຂອງປະເທດຊາດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ແຂວງ ຊອກຈັງ ສືບຕໍ່ຍົກສູງກຳລັງຄວາມສາມາດໃນການຊີ້ນຳຂອງບັນດາອົງຄະນະພັກ, ບົດບາດຄຸ້ມຄອງບໍລິຫານຂອງອຳນາດການປົກຄອງທຸກຂັ້ນ, ລະດົມການເຂົ້າຮ່ວມຂອງບັນດາໝູ່ຄະນະ ແລະ ປະຊາຊົນທຸກຊັ້ນວັນນະໃນການປະຕິບັດມະຕິ, ສ້າງການປ່ຽນແປງຢ່າງຈະແຈ້ງໃນໜ້າທີ່ສ້າງ ແນວຄິດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳທີ່ປອດໃສ.
(ແຫຼ່ງຄັດຈາກ VOV)

top