ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ກະ​ກຽມ​ບັ້ນ​ກວດ​ກາ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ຢ່າງ​ຮອບ​ດ້ານ

ຕອນບ່າຍວັນທີ 24 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມຄັ້ງທີ 31 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (ຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU).
  ບັນຍາກາດການເຮັດວຽກ (ພາບ: VOV)  
ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ທາງກະຊວງໄດ້ປະກາດໃຊ້ແຜນການກວດກາ, ກວດສອບຈຸດສູງ ແລະ ຈັດແບ່ງວຽກງານໃຫ້ແກ່ 7 ກະຊວງ, ຂະແໜງການ ລວມມີ: ກະສິກຳ ແລະ ສິ່ງແວດລ້ອມ, ຍຸຕິທຳ, ຕຳຫຼວດ, ປະກອບປະເທດ, ວິທະຍາສາດເຕັກໂນໂລຢີ, ອຸດສາຫະກຳ ແລະ ການຄ້າ, ກວດກາລັດຖະບານ)   ປະຕິບັດການກວດກາຢູ່ 15 ທ້ອງຖິ່ນຈຸດສຸມນັບແຕ່ນີ້ຮອດວັນທີ 9 ມີນາ; ສົ່ງໜັງສືທາງລັດຖະການຮຽກຮ້ອງໃຫ້ບັນດາແຂວງ, ນະຄອນແຄມທະເລ, ເຕົ້າໂຮມເຮືອຫາປາເພື່ອກວດກາວຽກງານຕ້ານການຂຸດຄົ້ນ IUU ຢູ່ທ້ອງຖິ່ນ, ກະກຽມເຮັດວຽກກັບຄະນະກວດກາຄັ້ງທີ 5 ຂອງຄະນະກຳມະການເອີຣົບ (EC). ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຳຫຼວດກວດຄືນບົດລາຍງານອະພິປາຍທັງໝົດ ເຊິ່ງ EC ມີຄວາມສົນໃຈ; ສືບຕໍ່ຜັນຂະຫຍາຍບັ້ນກວດກາຈຸດສູງກ່ຽວກັບການປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU; ຂົງເຂດວິທະຍາສາດ - ເຕັກໂນໂລຢີ, ຕ້ອງສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມເຮັດແຈ້ງລັກສະນະເຊື່ອມຕໍ່, ເຊື່ອມຈອດຂອງບັນດາລະບົບ.

top