ວັນທີ 23 ພຶດສະພາ, ຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍສະຫາຍນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ເຮັດວຽກ ແລະກວດກາຄວາມຄືບໜ້າການຜັນຂະຫຍານໂຄງການຂຸດຄົ້ນບໍ່ແຮ່ບົກຊິດ ແລະປຸງແຕ່ງອາລູມິນາດັກຈຶງ ຂອງກຸ່ມບໍລິສັດຫວຽດເຟືອງ ຢູ່ເມືອງດັກຈຶງ (ແຂວງເຊກອງ, ລາວ).
ລາຍງານຕໍ່ຄະນະປະຕິບັດງານ, ທ່ານ ດິ້ງຊວນຮວ່າງ, ຜູ້ຕາງໜ້າກຸ່ມບໍລິສັດຫວຽດເຟືອງ - ຜູ້ຮັບຜິດຊອບການຜັນຂະຫຍາຍໂຄງການຂຸດຄົ້ນບໍ່ແຮ່ບົກຊິດ ແລະປຸງແຕ່ງອາລູມິນາດັກຈຶງ, ໃຫ້ຮູ້ວ່າ ໂຄງການດັ່ງກ່າວ ໄດ້ຮັບການຜັນຂະຫຍາຍດ້ວຍເປົ້າໝາຍຂຸດຄົ້ນແຫຼ່ງຊັບພະຍາກອນແຮ່ທາດຂອງລາວ ໃຫ້ມີປະສິດທິຜົນ, ສ້າງເປັນຕ່ອງໂສ້ມູນຄ່າຈາກການຂຸດຄົ້ນ, ການຄັດເລືອກແຮ່ ຕະຫຼອດຮອດການປຸງແຕ່ງແບບລົງເລິກ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ກ່າວຄໍາເຫັນທີ່ການເຮັດວຽກ, ສະຫາຍນາງ ສູນທອນ ໄຊຍະຈັກ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງກຸ່ມບໍລິສັດຫວຽດເຟືອງ ໃນວິວັດການຜັນຂະຫຍາຍໂຄງການ; ຕີລາຄານີ້ແມ່ນໂຄງການທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ, ປະກອບສ່ວນສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະເພີ່ມແຫຼ່ງລາຍຮັບງົບປະມານ.
ຄະນະປະຕິບັດງານຖ່າຍຮູບກັບການນຳກຸ່ມບໍລິສັດຫວຽດເຟືອງ ຢູ່ສະຖານທີ່ກໍ່ສ້າງໂຄງການ. ພາບ: ສໍານັກຂ່າວສານຫວຽດນາມ
ຮອງປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ເຈົ້າຂອງໂຄງການສືບຕໍ່ຍູ້ໄວຄວາມຄືບໜ້າການຜັນຂະຫຍາຍບັນດາກິດຈະກໍາຍ່ອຍຕາມແຜນການ; ຮັບປະກັນຄຸນນະພາບຂອງກິດຈະກໍາ, ຄວາມປອດໄພດ້ານແຮງງານ, ປະຕິບັດຕາມບັນດາກົດລະບຽບຂອງລາວ ກ່ຽວກັບການລົງທຶນ, ການຂຸດຄົ້ນແຮ່ທາດ, ການນຳໃຊ້ທີ່ດິນ ແລະການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ.
ໄປຄຽງຄູ່ກັນນັ້ນ, ຄວນເພີ່ມທະວີການສົມທົບກັບອຳນາດການປົກຄອງທ້ອງຖິ່ນໃນວິວັດການຜັນຂະຫຍາຍໂຄງການ; ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມ, ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງທ້ອງຖິ່ນ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ; ຮັບປະກັນຄວາມກົມກຽວດ້ານຜົນປະໂຫຍດລະຫວ່າງວິສາຫະກິດ, ລັດ ແລະປະຊາຊົນໃນເຂດທີ່ມີໂຄງການ.
ຮອງປະທານສະພາແຫ່ງຊາດລາວ ເນັ້ນໜັກວ່າ ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ຕ້ອງເສີມຂະຫຍາຍປະສິດທິຜົນທາງດ້ານເສດຖະກິດຕິດພັນກັບການພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ.