ຂ່າວສານ

ຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບກຸ່ມແມ່ຍິງປະຊາຄົມອາຊຽນ

      ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ສະແດງຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ ກຸ່ມແມ່ຍິງ ຈະສືບຕໍ່ເອົາໃຈໃສ່ເຖິງການດໍາລົງຊີວິດຂອງປະຊາຊົນເວົ້າລວມ ແລະ ແມ່ຍິງເດັດນ້ອຍເວົ້າສະເພາະ, ພິເສດແມ່ນເອົາໃຈໃສ່ເຖິງແມ່ຍິງ ບັນດາຜູ້ດ້ອຍໂອກາດໃນສັງຄົມ. 

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕ້ອນຮັບກຸ່ມແມ່ຍິງປະຊາຄົມອາຊຽນ (ພາບ: TTXVN)
               ຕອນບ່າຍວັນທີ 04 ມີນາ ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບກຸ່ມແມ່ຍິງປະຊາຄົມອາຊຽນ ໂດຍທ່ານນາງ ເອກອັກຄະລັດຖະທູດ ຫງວຽນຫງວຽດງາ ປະທານກຽດຕິມະສັກກຸ່ມແມ່ຍິງດັ່ງກ່າວ ຢູ່ຮ່າໂນ້ຍ ເປັນຫົວໜ້າຄະນະ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ແຫ່ງວັນແມ່ຍິງສາກົນ ຄືວັນທີ 8 ມີນາ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ສະແດງຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ ກຸ່ມແມ່ຍິງ ຈະສືບຕໍ່ເອົາໃຈໃສ່ເຖິງການດໍາລົງຊີວິດຂອງປະຊາຊົນເວົ້າລວມ ແລະ ແມ່ຍິງເດັດນ້ອຍເວົ້າສະເພາະ, ພິເສດແມ່ນເອົາໃຈໃສ່ເຖິງແມ່ຍິງ ບັນດາຜູ້ດ້ອຍໂອກາດໃນສັງຄົມ. ສ່ວນທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ໄດ້ແຈ້ງໃຫ້ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຊາບວ່າ ໃນປີທີ່ຜ່ານມາ, ກຸ່ມແມ່ຍິງ ເລ້ຍລາຍເງິນໄດ້ 3,5 ຕື້ ດົ່ງ ໃຫ້ແກ່ບັນດາໂຄງການສັງຄົມ, ເຄື່ອນໄຫວເພື່ອການກຸສົນໃນທົ່ວປະເທດຫວຽດນາມ ເຊິ່ງເປັນການເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ໂຄສະນາວັດທະນະທໍາທີ່ເຂັ້ມຂົ້ນໄປດ້ວຍສີສັນອາຊຽນ.
 (ແຫຼ່ງຄັດຈາກ VOV)


top