
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ຫົວໜ້າຄະນະຊີ້ນຳ ເປັນປະທານວາລະປະຊຸມ
(ພາບ: Lam Khanh/TTXVN)
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້, ຫົວໜ້າຄະນະຊີ້ນຳ ເປັນປະທານວາລະປະຊຸມ. ຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ ມີໜ້າທີ່ຊ່ວຍນາຍົກລັດຖະມົນຕີ ຊີ້ນຳ, ສ້າງຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍ, ລາຍການ, ແຜນການ, ກົນໄກ ແລະ ມາດຕະການໃນວຽກງານປ້ອງກັນ, ຕ້ານການຟອກເງິນ; ຊີ້ນຳວຽກງານຜັນຂະຫຍາຍການປະຕິບັດພັນທະສະມາຊິກຂອງຫວຽດນາມໃນກຸ່ມອາຊີ - ປາຊີຟິກ ກ່ຽວກັບການຕ້ານການຟອກເງິນ ແລະ ແຜນການມຸ່ງໄປເຖິງການປະຕິບັດຂໍ້ສະເໜີແນະຂອງກຳລັງປະຕິບັດໜ້າທີ່ການເງິນພິເສດກ່ຽວກັບການຕ້ານການຟອກເງິນ… ຈຸດປະສົງຂອງການຕີລາຄາຄວາມສ່ຽງແຫ່ງຊາດ ແມ່ນເພື່ອແນໃສ່ກຳນົດ ແລະ ວັດແທກບັນດາຄວາມສ່ຽງຂອງການຟອກເງິນ ແລະໜູນຊ່ວຍການກໍ່ການຮ້າຍຂອງຫວຽດນາມ, ຈາກນັ້ນມີມາດຕະການແກ້ໄຂ ແລະ ຮັບມືຕໍ່ສຳລັບບັນດາຄວາມສ່ຽງເຫຼົ່ານັ້ນ. ນີ້ກໍແມ່ນຄວາມຮຽກຮ້ອງຕ້ອງການທຳອິດ ແລະສຳຄັນ ເຊິ່ງບັນດາມາດຖານສາກົນກ່ຽວກັບການປ້ອງກັນ, ຕ້ານການຟອກເງິນ, ໜູນຊ່ວຍການກໍ່ການຮ້າຍວາງອອກ ແລະ ຮຽກຮ້ອງໃຫ້ບັນດາປະເທດຕ້ອງປະຕິບັດ.