ຂ່າວສານ

ຮອງນາຍົກລັດຖະມົນຕີ ຫງວຽນວັນທັ້ງ ເຮັດວຽກ ກັບ ບັນດາເຈົ້າໜ້າທີ່ຂັ້ນສູງ ລັດຖະບານ ອາເມລິກາ

ໃນ ການພົບປະກັບ ທ່ານເອກອັກຄະລາຊະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າ ການຄ້າອາເມລິກາ (USTR), ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາວິທີການແນ່ໃສ່ ຊຸກຍູ້ ສາຍພົວພັນ ທາງການຄ້າສອງຝ່າຍໃຫ້ສົມດຸນ, ຍືນຍົງ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ກໍຄືວິວັດທະນາການການເຈລະຈາ ສັນຍາການຄ້າຕອບ​ແທນ, ຍຸຕິທຳ ແລະ ສົມດຸນ (ART).
  ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ແລະ ທ່ານເອກອັກຄະລາຊະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າ ການຄ້າອາເມລິກາ (USTR) (ພາບ: VNA)  

ໃນຂອບເຂດການ​ເດີນ​ທາງ​ໄປ​ປະ​ຕິ​ບັດຢູ່ທີ່ ອາເມລິກາ, ໃນວັນທີ 27-28 ສິງ​ຫາ 2026, ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ພົບປະ, ເຮັດວຽກກັບ ການນຳອົງການຜູ້ຕາງໜ້າທາງການຄ້າອາເມລິກາ (USTR), ກະຊວງການຕ່າງປະເທດ ອາເມລິກາ, ກະຊວງການຄ້າອາເມລິກາ, ແລະ ອົງການການ​ເງິນພັດທະນາ ສາກົນ ອາເມລິກາ (DFC).

ໃນ ການພົບປະກັບ ທ່ານເອກອັກຄະລາຊະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າ ການຄ້າອາເມລິກາ (USTR), ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາວິທີການແນ່ໃສ່ ຊຸກຍູ້ ສາຍພົວພັນ ທາງການຄ້າສອງຝ່າຍໃຫ້ສົມດຸນ, ຍືນຍົງ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ກໍຄືວິວັດທະນາການການເຈລະຈາ ສັນຍາການຄ້າຕອບ​ແທນ, ຍຸຕິທຳ ແລະ ສົມດຸນ (ART).

​ທີ່​ການເຮັດວຽກກັບ ທ່ານ Jacob Helberg ຮອງລັດຖະມົນຕີ ກະຊວງການຕ່າງປະເທດອາເມລິກາ ຮັບຜິດຊອບເສດຖະກິດ, ສອງຝ່າຍ ໄດ້ເຫັນດີ ເປັນ​ເອ​ກະ​ພາບ​ຕໍ່ບັນດາຂໍ້ສະເໜີກ່ຽວກັບການເພີ່ມທະ​ວີການເຈລະຈາ, ການຮ່ວມມືໃນ ບັນດາ ຂົງເຂດ ທີ່ມີລັກສະນະ ພື້ນຖານ, ຍຸດທະສາດ, ຄື: ວິທະຍາສາດ - ເຕັກໂນໂລຊີ, ນະ​ວັດ​ຕະ​ກຳ, ປັນຍາປະດິດ, ເສດຖະກິດ ດິຈິຕອ​ນ, ພື້ນຖານໂຄງຮ່າງ ດິຈິຕອນ…

ໃນການພົບປະການນຳກະຊວງການຄ້າອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັ້ງ ໄດ້ສະເໜີກະຊວງການຄ້າອາເມລິການຳເອົາ ຫວຽດນາມ ອອກຈາກບັນຊີ ຄຸ້ມຄອງ ການສົ່ງອອກ D1, D3 ໂດຍ​ໄວ, ພິຈາລະນາຮັບຮອງເອົາ ຫວຽດນາມ ແມ່ນ ພື້ນຖານເສດຖະກິດການຕະຫຼາດ ແລະ ມີວິທີເຂົ້າເຖິງຢ່າງພາວະວິໄສ, ຍຸຕິທຳໃນ ບັນດາ ເຫດການປ້ອງກັນການຄ້າສຳ​ລັບສິນຄ້າ ຫວຽດນາມ


top