ຂ່າວສານ

ຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ສະເໜີ Samsung ໜູນຊ່ວຍການບຳລຸງສ້າງ, ພັດທະນາອຸດສາຫະກຳສຳຮອງ

      ໃນຕອນເຊົ້າວັນທີ 5 ມັງກອນ, ທີ່ສຳນັກງານລັດຖະບານ, ໃນການຕ້ອນຮັບ ທ່ານ Shim Won Hwan, ອຳນວຍການໃຫຍ່ກຸ່ມປະສົມ Samsung ປະຈຳ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີ່ງຢູງ ສະເໜີ Samsung ໜູນຊ່ວຍການບຳລຸງສ້າງ, ພັດທະນາອຸດສາຫະກຳສຳຮອງ
(ພາບ: baochinhphu.vn) 
      ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີ Samsung ສືບຕໍ່ໜູນຊ່ວຍກ່ຽວກັບການບຳລຸງສ້າງ ແລະ ຖ່າຍທອດເຕັກໂນໂລຢີຢ່າງແທດຈິງເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳສຳຮອງຂອງ ຫວຽດນາມ ໄດ້ຮັບເຂົ້າຮ່ວມລະບົບມູນຄ່າ, ກາຍເປັນບັນດານັກສະໜອງວັດສະດຸອຸປະກອນ, ເຄື່ອງອາໄຫຼ່ໃຫ້ Samsung.
        ສ່ວນທ່ານ Shim Won Hwan ຊົມເຊີຍລັດຖະບານ ຫວຽດນາມ ໄດ້ຊີ້ນຳ, ບໍລິຫານບັນລຸລື່ນກາຍລະດັບບັນດາຄາດໝາຍເຕີບໂຕ, ຮັບປະກັນມະຫາພາກເປັນປົກກະຕິ. ນີ້ແມ່ນໝາກຜົນຕັ້ງໜ້າທີ່ສຸດສຳລັບ ຫວຽດນາມ, ພ້ອມກັນນັ້ນກໍ່ສ້າງກາລະໂອກາດຫຼາຍຢ່າງໃຫ້ບັນດານັກລົງທຶນຕ່າງປະເທດຄື Samsung ຢູ່ ຫວຽດນາມ.
ແຫຼ່ງຄັດຈາກ VOV

top