ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງຊີ້ ນຳຄວນເປັນເຈົ້າການເພື່ອຮັບມືກັບພາຍຸ Doksuri ໃຫ້ຢູ່ໃນລະດັບສູງສຸດ

      ຕໍ່ໜ້າສະພາບຜັນແປທີ່ສັບສົນຂອງພາຍຸ Doksuri ມີລະດັບຄວາມສ່ຽງໄພທຳມະຊາດໃນລະດັບ 4, ວັນທີ 14 ກັນຍາ

(ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຊີ້ນຳຄວນເປັນເຈົ້າການເພື່ອຮັບມືກັບພາຍຸ Doksuri ໃຫ້ຢູ່ໃນລະດັບສູງສຸດ)
      ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເປັນປະທານກອງປະຊຸມດ່ວນໂດຍກົງທາງເຄືອຂ່າຍອີນເຕີແນັດຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນໄພທຳມະຊາດກັບ 25 ແຂວງ, ນະຄອນຢູ່ເຂດແຄມທະເລ ແລະ ເຂດພູດອຍ ເພືຶ່ອປຶກສາຫາລື ແລະ ຊີ້ນຳການຜັນຂະຫຍາຍບັນດາມາດຕະການຮັບມື. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆຮີບດ່ວນຜັນຂະຫຍາຍມາດຕະການຮັບມືກັບພາຍຸ ເພື່ອຮັບປະກັນຄວາມປອດໄພ ແລະ ຊັບສິນໃຫ້ປະຊາຊົນ, ຫຼຸດຜ່ອນຄວາມເສຍຫາຍຍ້ອນພາຍຸກໍ່ໃຫ້ເກີດ.
        “ທ້ອງຖິ່ນຕ່າງໆຕ້ອງປະຕິບັດຄຳສັ່ງຫ້າມອອກສູ່ທະເລ, ຈັດສັນຄວາມປອດໄພຢ່າງເໝາະສົມໃຫ້ບັນດາກ່ຳປັ່ນຫາປາເພື່ອຫຼີກລ້ຽງບໍ່ມີການກະທົບ, ສຸມໃສ່ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ປະຊາຊົນ, ອົງການສຳນັກງານເປັນເຈົ້າການຊ້ອມແປງເຮືອນຊານ, ໂຮງໝໍ, ໂຮງຮຽນ; ເປັນເຈົ້າການຜັນຂະຫຍາຍຄວາມປອດໄພຄົມມະນາຄົມທາງບົກ, ທາງລົດໄຟ, ການບິນທີ່ໄປຜ່ານເຂດພາຍຸ…”
 (ແຫຼ່ງຄັດຈາກ VOV)

top