
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງທີ່ກອງຊຸມ
(ພາບ:http://baoquocte.vn)
ທີ່ກອງປະຊຸມ, ການນຳກອງບັນຊາການທະຫານປ້ອງກັນຊາຍແດນ ໃຫ້ຮູ້ວ່າ ສະພາບການຄ້າເຖື່ອນ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນຢ່າງຜິດກົດໝາຍ ນັບມື້ນັບມີການຜັນແປຢ່າງສັບສົນ. ເພື່ອໃຫ້ວຽກງານການຕ້ານການຄ້າເຖື່ອນ ແລະ ການສໍ້ໂກງທາງດ້ານການຄ້າໃຫ້ມີປະສິດທິຜົນກວ່າ, ຕາມທັດສະນະສ່ວນຫຼາຍຂອງຜູ້ແທນເຂົ້າຮ່ວມແມ່ນ ຄວນມີການດັດປັບບາງຂໍ້ກຳນົດທີ່ຍັງບໍ່ສອດຄ່ອງໃນການປັບໄໝການກະທຳຜິດດ້ານບໍລິຫານສຳລັບເປົ້າໝາຍຄ້າຂາຍເຖື່ອນ ແລະ ເພີ່ມສິດອຳນາດໃຫ້ທະຫານປ້ອງກັນຊາຍແດນຂຶ້ນຕື່ມ. ພ້ອມທັງປຸກລະດົມທົ່ວປວງຊົນເຂົ້າຮ່ວມການຕ້ານການຄ້າເຖື່ອນ ແລະ ຫັກເອົາ 50% ຍອດມູນຄ່າຂອງສິນຄ້າເຖື່ອນນັ້ນ ປະໄວ້ໃຫ້ກຳລັງຕ້ານການຄ້າເຖື່ອນແກ້ໄຂ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຄ້າເຖື່ອນ, ສໍ້ໂກງທາງດ້ານການຄ້າ ແລະ ສິນຄ້າປອມ ໃຫ້ຮູູ້ວ່າ:
“ສະເໜີໃຫ້ການນຳທ້ອງຖິ່ນຕ່າງໆ ຈົ່ງຍົກສູງນ້ຳໃຈຮັບຜິດຊອບຂອງຜູ້ນຳໜ້າ, ບໍ່ປະໃຫ້ສິນຄ້າເຖື່ອນເຕົ້າໂຮມຢູ່ໃກ້ກັບເຂດຊາຍແດນ. ທະຫານປ້ອງກັນຊາຍແດນ ຕ້ອງປະຕິບັດວຽກງານເປັນເສນາທິການ ແລະ ສົມທົບຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນ ໃຫ້ເປັນຢ່າງດີ ເພື່ອຕໍ່ສູ້ຢ່າງມີປະສິດທິຜົນໃນວຽກງານການຕ້ານການຄ້າເຖື່ອນ ແລະ ສໍ້ໂກງທາງດ້ານການຄ້າ”.
(ແຫຼ່ງຄັດຈາກ VOV)