ຂ່າວສານ

ຮອງນາຍົກລັດຖະມົນຕີຫວູດືກດາມ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານຢູ່ແຂວງ ບັກຢາງ

ວັນທີ 11 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານຢູ່ແຂວງ ບັກຢາງ.

ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄປຢ້ຽມຢາມແຂວງ ບັກຢາງ

(ພາບ: VGP)

ເນື່ອງໃນໂອກາດ ລົງຢ້ຽມຢາມອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານທີ່ປະສົບຄວາມຫຍຸ້ງຍາກຢູ່ບໍລິສັດຈຳກັດຜູ້ດຽວ ST Teach ຫວຽດນາມ(ເຂດອຸດສາຫະກຳ ເວິນຈູງ, ແຂວງບັກຢາງ); ບໍລິສັດຫຸ້ນສ່ວນ ຄຸມຄອງໂຄງການຕົວເມືອງແຂວງ ບັກຢາງ, ທ່ານຮອງນາຍົກລັດຖະມົນຕີໄດ້ ອວຍພອນ ຄະນະນຳບໍລິສັດ ແລະພະນັກງານ, ກຳມະກອນຜູ້ອອກແຮງງານທັງໝົດ ຂອງບໍລິສັດ ມີສຸຂະພາບເຂັ້ມແຂງ, ບັນລຸຜົນງານໃນການປະຕິບັດໜ້າທີ່ເປັນຢ່າງດີ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວູດືກດາມກໍໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຄະນະການນຳຄະນະພັກແຂວງ ແລະຄະນະກຳມະການປະຊາຊົນແຂວງ ບັກຢາງ.

(ແຫຼ່ງຄັດຈາກ VOV)


top