ຕອນບ່າຍວັນທີ 3 ສິງຫາ, ຢູ່ນອກກອງປະຊຸມ AMM 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ; ຜູ້ຕາງໜ້າຂັ້ນສູງຮັບຜິດຊອບການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ ທ່ານນາງ Federica Mogherini; ທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ Erywan Tusof ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Alan Peter Cayetano.
ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ; ຕັ້ງໜ້າແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນບັນດາໂຄງການຮ່ວມມື; ຮັກສາທ່າພັດທະນາສະຖຽນລະພາບ ແລະ ຄວາມຕັ້ງໜ້າຂອງການພົວພັນ 2 ປະເທດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຊີ້ແຈ້ງ ຕ້ອງຢຶດໝັ້ນແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ບັນລຸ COC ມີປະສິດທິຜົນ, ແທດຈິງ ແລະ ມີລັກສະນະຜູກມັດ.

ການພົບປະກັບທ່ານນາງ Federica Mogherini
ທີ່ການພົບປະກັບ ທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ສະເໜີ ສອງຝ່າຍສືບຕໍ່ມານະພະຍາຍາມສົມທົບກັນເພື່ອລົງນາມບັນດາສັນຍາໂດຍໄວ.
ສ່ວນໃນການພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ Erywan Tusof, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣູໄນ; ສົມທົບກັນຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ I ຄະນະກຳມະການປະສົມ ຫວຽດນາມ - ບຣູໄນ (ໃນເດືອນ ກຸມພາ/2017) ຢ່າງມີປະສິດທິຜົນ ແລະ ຈັດເວລາເພື່ອດຳເນີນກອງປະຊຸມຄັ້ງທີ II ໃນປີ 2019.
ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Alan Peter Cayetano, 2 ຝ່າຍເຫັນດີເປັນເອກະສັນກັນຖືວ່າ ຫວຽດນາມ ແລະ ຟິລິບປິນ ແບ່ງປັນຫຼາຍຜົນປະໂຫຍດຍຸດທະສາດຮ່ວມໃນບັນດາບັນຫາສອງຝ່າຍ ແລະ ພາກພື້ນ; ການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)