ຈາກການຜ່າຕັດຢ່າງງຽບໆ ໃນຫ້ອງຜ່າຕັດ ຈົນເຖິງຊຸດເຝິກ ອົບຮົມ ທີ່ເຕົ້າໂຮມ ບັນດາຜູ້ຊ່ຽວຊານສາກົນ, ຮສຈ.ປອ ເຈິ່ນຫງອກເລືອງ, ໄດ້ມີຄວາມມານະພະຍາຍາມຢ່າງຕໍ່ເນື່ອງ ໃນການແຜ່ຂະຫຍາຍຄວາມຮູ້ ທາງການແພດຂອງ ຫວຽດນາມ ອອກສູ່ໂລກ. ເຕັກນິກ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່ ໂດຍທ່ານເປັນຜູ້ປະດິດຂຶ້ນນັ້ນ, ໃນເມື່ອກ່ອນເບິ່ງວ່າ ເປັນ “ສິ່ງທີ່ເປັນໄປບໍ່ໄດ້", ແຕ່ ໃນປັດຈຸບັນ ມັນບໍ່ພຽງແຕ່ປ່ຽນແປງ ຊີວິດຂອງຄົນເຈັບ ນັບພັນຄົນເທົ່ານັ້ນ, ແຕ່ຍັງເຮັດໃຫ້ ຫວຽດນາມ ກາຍເປັນຈຸດໝາຍປາຍທາງ ໃນການຝຶກອົບຮົມ, ຖ່າຍທອດ ເຕັກນິກ ແລະ ໄດ້ສ້າງຊື່ສຽງ ໃນວົງການແພດ ລະດັບໂລກ ອີກດ້ວຍ.
ຈາກການຜ່າຕັດຢ່າງງຽບໆ ໃນຫ້ອງຜ່າຕັດ ຈົນເຖິງຊຸດເຝິກ ອົບຮົມ ທີ່ເຕົ້າໂຮມ ບັນດາຜູ້ຊ່ຽວຊານສາກົນ, ຮສຈ.ປອ ເຈິ່ນຫງອກເລືອງ, ໄດ້ມີຄວາມມານະພະຍາຍາມຢ່າງຕໍ່ເນື່ອງ ໃນການແຜ່ຂະຫຍາຍຄວາມຮູ້ ທາງການແພດຂອງ ຫວຽດນາມ ອອກສູ່ໂລກ. ເຕັກນິກ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່ ໂດຍທ່ານເປັນຜູ້ປະດິດຂຶ້ນນັ້ນ, ໃນເມື່ອກ່ອນເບິ່ງວ່າ ເປັນ “ສິ່ງທີ່ເປັນໄປບໍ່ໄດ້", ແຕ່ ໃນປັດຈຸບັນ ມັນບໍ່ພຽງແຕ່ປ່ຽນແປງ ຊີວິດຂອງຄົນເຈັບ ນັບພັນຄົນເທົ່ານັ້ນ, ແຕ່ຍັງເຮັດໃຫ້ ຫວຽດນາມ ກາຍເປັນຈຸດໝາຍປາຍທາງ ໃນການຝຶກອົບຮົມ, ຖ່າຍທອດ ເຕັກນິກ ແລະ ໄດ້ສ້າງຊື່ສຽງ ໃນວົງການແພດ ລະດັບໂລກ ອີກດ້ວຍ.
ຮສຈ.ປອ ເຈິ່ນຫງອກເລືອງ ພ້ອມດ້ວຍບັນດາທ່ານໝໍ ໂຮງໝໍ ອັງເດີ ກຣີນ ສູນກາງ
ຮ່ວມກັນກວດວິເຄາະພະຍາດ ໃຫ້ແກ່ ຄົນເຈັບ ກ່ອນ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່. ພາບ:
ເຕິດເຊີນ/VNP
“ເຕັກໂນໂລຊີ ການຜ່າຕັດຜ່ານທໍ່ ຂອງ ປອ ເລືອງ”
ເສັ້ນທາງການປະດິດສ້າງ ຂອງ ຮສຈ.ປອ ເຈິ່ນຫງອກເລືອງ ເລີ່ມຕົ້ນ ຈາກຄວາມຫ່ວງໃຍຢ່າງເລິກເຊິ່ງ ຕໍ່ຜູ້ປ່ວຍວ່າ ການຜ່າຕັດ ຕ່ອມໄທລອຍ ແບບດັ້ງເດີມ
ມັກຈະກໍ່ໃຫ້ເກີດມີ ຮອຍບາດແຜ ຍາວ ແຕ່ 8 - 12 ຊມ ຢູ່ບໍລິເວນຄໍ. ຄວາມມຸ່ງມາດປາດຖະໜາ ທີ່ຈະຊ່ວຍໃຫ້ຜູ້ປ່ວຍ ຮັກສາໄດ້ຄວາມສວຍງາມ ແລະ ຄວາມໝັ້ນໃຈ ພາຍຫຼັງການຜ່າຕັດ
ນັ້ນໄດ້ກາຍເປັນແຮງຊຸກດັນ ອັນແຮງກ້າ ທີ່ເຮັດໃຫ້ທ່ານ ຊອກຫາວິທີການແກ້ໄຂ ທີ່ບຸກທະລຸ.
ກ່ອນໜ້ານີ້ ສອງສາມທົດສະວັດ, ແນວຄິດ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່ ຖືວ່າ ເປັນເລື່ອງ “ເຟີ້ຝັນ” ແລະ “ເປັນໄປບໍ່ໄດ້”. ເນື່ອງຈາກ ບໍລິເວນຄໍ ບໍ່ມີຊ່ອງວ່າງ ຕາມທຳມະຊາດ ຄື ກັບຊ່ອງທ້ອງ ຫຼື ໜ້າເອິກ ເພື່ອທີ່ຈະສອດ ເຄື່ອງມື ຜ່າຕັດ ເຂົ້າໄປໄດ້. ນອກຈາກນັ້ນ, ໂຄງສ້າງ ທີ່ສຳຄັນຕ່າງໆ ເຊັ່ນ: ທໍ່ຫາຍໃຈ, ທໍ່ອາຫານ, ເສັ້ນປະສາດ
ແລະ ຕ່ອມພາຣາໄທລອຍ ແມ່ນຢູ່ໃກ້ກັນຫຼາຍ, ເຊິ່ງງ່າຍ ຕໍ່ການ ຖືກກະທົບ ຫຼື ບາດເຈັບ. ເຖິງຢ່າງໃດກໍຕາມ, ດ້ວຍປະສົບການ ທີ່ໜັກແໜ້ນ ໃນການຜ່າຕັດຜ່ານທໍ່ ໃນຊ່ອງທ້ອງ, ຮສຈ. ປອ ເຈິ່ນຫງອກເລືອງ ກໍໄດ້ຄົ້ນພົບຄຳຕອບ. ທ່ານ ໄດ້ປະດິດສ້າງ ວິທີການ ສີດທາດອາຍ CO2
ເຂົ້າໄປ ໃນບໍລິເວນຄໍ ເພື່ອສ້າງ ຊ່ອງວ່າງ ໃນການເຮັດວຽກ ໃຫ້ປອດໄພ, ຊ່ວຍໃຫ້ ການແຍກ ເນື້ອເຍື່ອງ່າຍຂຶ້ນ ແລະ ສາມາດເຫັນ ເສັ້ນເລືອດໄດ້ ຢ່າງ ຈະແຈ້ງ ຜ່ານໜ້າຈໍ. ຈາກນັ້ນ, ວິທີການ ຜ່າຕັດ ຕ່ອມໄທລອຍ ຜ່ານ ທໍ່ ກໍໄດ້ກຳເນີດຂຶ້ນ ດ້ວຍຂໍ້ດີທີ່ໂດດເດັ່ນຫຼາຍຢ່າງ, ເຊິ່ງວົງການແພດໂລກ ໄດ້ໃຫ້ຂະໜານນາມວ່່່າ “ເຕັກໂນໂລຊີ ການຜ່າຕັດ ຜ່ານທໍ່ ປອ ເລືອງ”.
ແທນທີ່ຈະເປັນຮອຍແຜໃຫຍ່ຢູ່ຄໍ, ທ່ານໄດ້ໃຊ້ທາງເຂົ້າ ຜ່ານ ຂີ້ແຮ້ ແລະ ໜ້າເອິກ ດ້ວຍການຜ່າຕັດນ້ອຍໆ ພຽງ 0,5 - 1 ຊມ, ເຊິ່ງ ປິດບັງໄດ້ງ່າຍ ແລະ ຄ່ອຍໆ ຈາງຫາຍໄປ ຕາມການເວລາ ອັນໄດ້ ເຮັດໃຫ້ ການຜ່າຕັດ ມີປະສິດທິຜົນສູງ ດ້ານຄວາມງາມ.
ພິເສດ ເຕັກນິກນີ້ ບໍ່ຕ້ອງການ ອຸປະກອນສະເພາະ ທີ່ມີລາຄາແພງ, ຊ່ວຍປະຢັດໄດ້ ຄ່າ ການຜ່າຕັດ. ປັດຈຸບັນ, ຄ່າໃຊ້ຈ່າຍໃນການຜ່າຕັດ ແບບນີ້ຢູ່ ຫວຽດນາມ ປະມານ 300 - 400 ໂດລາສະຫະລັດ, ໃນຂະນະ ທີ່ບາງປະເທດ ທີ່ທັນສະໄໝ ໃນພາກພື້ນ ອາຊີ ອາດສູງເຖິງ 8.000 - 10.000 ໂດລາສະຫະລັດ.
ບໍ່ພຽງແຕ່ເປັນຜູ້ລົງມື ຜ່າຕັດໂດຍກົງເທົ່ານັ້ນ, ຮສຈ.ປອ ເຈິ່ນຫງອກເລືອງ ຍັງໃຫ້ຄວາມສຳຄັນຢ່າງຍິ່ງ
ຕໍ່ການສ້າງ ຖັນແຖວ ພະນັກງານ ຜູ້ສືບທອດ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ຮສຈ.ປອ ເຈິ່ນຫງອກເລືອງ ປະຕິບັດ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່ ຢູ່ໂຮງໝໍ ອັງເດີກຣີນ ສູນກາງ.
ພາບ: ເຕິດເຊີນ/VNP
ຮສຈ.ປອ ເຈິ່ນຫງອກເລືອງ ໃຫ້ຮູ້ວ່າ: “ວິທີນີ້ສາມາດນຳໃຊ້ໄດ້ ກັບ ທຸກພະຍາດ ຂອງ ຕ່ອມຄໍຫອຍ ເຊັ່ນ: ໜີ້ວຕ່ອມຄໍຫອຍ, ພະຍາດ ບາເຊໂດ ແລະ ມະເຮັງ ຕ່ອມຄໍຫອຍ. ເຕັກນິກ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່
ບໍ່ພຽງແຕ່ມີປະສິດທິຜົນ ທາງດ້ານເສດຖະກິດ - ສັງຄົມເທົ່ານັ້ນ, ແຕ່ຍັງເປີດອອກ
ທິດທາງໃໝ່ ໃນການປິ່ນປົວ ພະຍາດຕ່ອມຄໍຫອຍ ຕ່າງໆ”.
ການຖ່າຍທອດ ແລະ ຝຶກອົບຮົມ ລະດັບສາກົນ
ບໍ່ພຽງແຕ່ເປັນຜູ້ລົງມືຜ່າຕັດ ໂດຍກົງເທົ່ານັ້ນ, ຮສຈ.ປອ ເຈິ່ນຫງອກເລືອງ ຍັງໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການສ້າງ ຖັນແຖວພະນັກງານ ຜູ້ສືບທອດ. ທ່ານເປັນຄູທີ່ໜ້າເຄົາລົບ, ເປັນຜູ້ຊັກຈູງ ແລະ ຖ່າຍທອດຄວາມຮູ້ອັນລ້ຳຄ່າ ໃຫ້ແກ່ ບັນດາທ່ານໝໍ ແລະ ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ. ຢູ່ໂຮງໝໍ ອັງເດີກຣີນ ສູນກາງ (Endocrine Central Hospital), ທ່ານ ໄດ້ຈັດການຝຶກອົບຮົມຫຼາຍຊຸດ ກ່ຽວກັບ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່, ສ້າງໃຫ້ມີ ແຫຼ່ງ ບຸກຄະລາກອນ ຫຼັກແຫຼ່ງໃນການ ເຜີຍແຜ່ວິທີການນີ້ ໃຫ້ ກວ້າງອອກໄປ.
ໃນປີ 2009, ຮສຈ.ປອ ເຈິ່ນຫງອກເລືອງ ເລີ່ມມີການຖ່າຍທອດ ເຕັກນິກ ໃຫ້ແກ່ໂຮງໝໍຢູ່ຕ່າງປະເທດ ແລະ ຮັບການເຝິກອົບຮົມ, ຖ່າຍທອດ ເຕັກນິກການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ຮສຈ.ປອ ເຈິ່ນຫງອກເລືອງ ໃຫ້ຮູ້ວ່າ ນັບແຕ່ປີ 2009, ທ່ານ ເລີ່ມມີການຖ່າຍທອດເຕັກນິກ ໃຫ້ແກ່ໂຮງໝໍແຫ່ງໜຶ່ງ ຢູ່ ຕ່າງປະເທດ ແລະ
ຮັບການເຝິກອົບຮົມ, ຖ່າຍທອດເຕັກນິກ ການຜ່າຕັດ ຕ່ອມໄທລອຍ ຜ່ານທໍ່. ມາຮອດປັດຈຸບັນ ໄດ້ມີ ສາດສະດາຈານ ແລະ ທ່ານໝໍ ຫຼາຍກວ່າ 300
ທ່ານ ຈາກ ພາກພື້ນ ແລະ ທົ່ວໂລກ ໄດ້ມາໂຮງໝໍ ອັງເດີກຣີນ ສູນກາງ ເພື່ອສຶກສາເຕັກນິກການຜ່າຕັດນີ້. ນອກຈາກນັ້ນ, ມັນຍັງໄດ້ ຖ່າຍທອດສູ່ ຕ່າງປະເທດເຊັ່ນ: ອົດສະຕຣາລີ, ປອກຕຸຍການ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ,
ຟີລິບປິນ, ໄທ, ປາກິດສະຖານ,
ອິນເດຍ, ຕວກກີ, ຊາອຸດິດ ອາຣັບເບຍ...
ຮສຈ.ປອ ເຈິ່ນຫງອກເລືອງ ກວດພະຍາດໃຫ້ແກ່ຄົນເຈັບ ຢູ່ ອິນໂດ ເນເຊຍ. ພາບ:
ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ທຸກໆ ປີ, ຮສຈ.ປອ ເຈິ່ນຫງອກເລືອງ ແລະ ເພື່ອນຮ່ວມງານ ຂອງ ໂຮງໝໍ ອັງເດີກຣີນ ສູນກາງ ໄດ້ຮັບຄຳເຊີນຈາກ ຫຼາຍ ໂຮງໝໍ ທັງ ພາຍໃນ ແລະ ຕ່າງປະເທດ ເພື່ອໄປສາທິດ ການຜ່າຕັດ ແລະ ບັນຍາຍ ກ່ຽວກັບວິທີການນີ້. ສິ່ງເຫຼົ່ານີ້ແມ່ນ ຫຼັກຖານທີ່ຊັດເຈນທີ່ສຸດ ສຳລັບການຍອມຮັບ ຈາກທົ່ວໂລກ ຕໍ່ກັບເຕັກນິກ ການຜ່າຕັດ ຕ່ອມໄທລອຍ ຂອງທ່ານ.
ຮສຈ.ປອ ເຈິ່ນຫງອກເລືອງ ໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການ ສ້າງຖັນ ແຖວພະນັກງານ ຜູ້ສືບທອດ.
ທ່ານມັກຈະຖ່າຍທອດ ຄວາມຮູ້ ອັນ ລ້ຳຄ່າ ໃຫ້ແກ່ບັນດາທ່ານໝໍ ແລະ ຊ່ຽວຊານ ທັງພາຍໃນ ແລະ
ຕ່າງປະເທດ ເປັນປະຈຳ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ດ້ວຍການປະກອບສ່ວນ ທ່ີດີເດັ່ນ ໃນຂະແໜງການແພດ, ຮສຈ.ປອ ເຈິ່ນຫງອກເລືອງ ໄດ້ຮັບກຽດ ຈາກພັກ ແລະ ລັດ ມອບລາງວັນ ອັນສູງສົ່ງ ຫຼາຍຢ່າງ ເຊັ່ນ: ວິລະຊົນແຮງງານ ໃນໄລຍະປ່ຽນແປງໃໝ່ (ປີ 2020), ຫຼຽນໄຊແຮງງານ ຊັ້ນ III (ປີ 2014), ລາງວັນ ທີໜຶ່ງ - ລາງວັນ “ຜູ້ມີຄວາມສາມາດ ແຜ່ນດິນ ຫວຽດ” (ປີ 2014), ນາມມະຍົດ ແພດໝໍ ປະຊາຊົນ (ປີ 2017)...
ຮສຈ.ປອ ເຈິ່ນຫງອກເລືອງ ເປັນກຽດໄດ້ ຮັບລາງວັນ ບາວເຊີນ ປີ 2024 - ລາງວັນທີ່ເຊີດຊູ ບັນດາກິດຈະກຳ ວິທະຍາສາດ, ເຕັກໂນໂລຊີ, ວັນນະຄະດີ - ສິລະປະ ທີ່ມີຄຸນຄ່າທາງດ້ານ ວິຊາການ, ມີ ລັກສະນະ ປະຍຸກໃຊ້ຢ່າງກວ້າງຂວາງ ແລະ ປະກອບສ່ວນ ອັນ ແທດຈິງ
ເຂົ້າໃນການພັດທະນາ ທີ່ຍືນຍົງ ຂອງປະເທດຊາດ. ພາບ: ເອກະສານໂດຍຜູ້ກ່ຽວສະໜອງໃຫ້
ຮສຈ.ປອ ເຈິ່ນຫງອກເລືອງ ແມ່ນສັນຍະລັກ ຂອງການ ປ່ຽນແປງໃໝ່, ຈິດໃຈ ອຸທິດຕົນ ແລະ
ຄວາມມີມະນຸດສະທໍາ, ຖ່າຍທອດແຮງບັນດານໃຈ ໃຫ້ແກ່ ແພດໝໍ ຫວຽດນາມ ຫຼາຍລຸ້ນຄົນ
ສືບຕໍ່ສຶກສາ ຮໍ່າຮຽນ, ປະດິດຄິດສ້າງ ແລະ ຮັບໃຊ້ສັງຄົມ.
ບົດ: ວີຖາວ - ພາບ: ເຕິດເຊີນ/VNP ແລະ ເອກະສານ ໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ