|
ກັບຄືນ ແດນຕຳນານຂອງພະພຸດທະເຈົ້າ
ໃນວັນໜຶ່ງຂອງເດືອນຫ້າ ເມື່ອແສງແດດ ຂອງດິນຟ້າອາກາດແຫ່ງ ລະດູແລ້ງ ເລີ່ມມີສີເຫຼືອງເຫຼື້ອມ, ພວກຂ້າພະເຈົ້າໄດ້ ເດີນທາງໄປຫາເຂດແດນຕຳນານ ຂອງພະພຸດທະເຈົ້າເທິງພູ ອຽນຕື້ ຢູ່ກວາງນິງ ບ່ອນທີ່ກ່ອນນີ້ 700 ປີ ກະສັດ ເຈີ່ນເຍີນ ຕົງ ໄດ້ປະລະຊີວິດ ທີ່ສະໜຸກສຸກກາຍຢູ່ໃນລາຊະວັງ ໄປອຸປະສົມບົດຢູ່ເທິງຈອມພູ ສ້າງຂຶ້ນເຊິ່ງນິກາຍວິປັດສະນາ ທີ່ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແຫ່ງພຸດທະສາສະໜາຂອງຊາວຫວຽດ.
ຫວນຄືນເຖິງໄລຍະປະຫວັດສາດ, ພົງສາວະດານໄດ້ບັນທຶກໄວ້ວ່າ, ໃນມື້ສຸດທ້າຍຂອງປີ 1299, ເຈີ່ນເຍີນຕົງ ໄດ້ປະລະ ລາຊະວັງ ຂຶ້ນມາຢູ່ພູ ອຽນຕື້ ກ້າວເຂົ້າຊີວິດຂອງ ຜູ້ໄປອຸປະສົມບົດ. ນີ້ຖືວ່າແມ່ນເຫດການໜຶ່ງ ບ່ໍເຄີຍມີມາ ໃນປະຫວັດ ສາດຂອງ ສາສະໜາພຸດ ຫວຽດນາມ, ເດີມແມ່ນພະຊະນົກອົງໜຶ່ງ ພາຍຫຼັງຕີເອົາຊະນະຈັກກະພັດ ຫງວຽນມົງ ມາຮຸກ ຮານຫວຽດນາມ ທັງສອງຄັ້ງ, ເພິ່ນໄດ້ປະລະຊີວິດທີ່ຫຼຸຫຼາ ເພື່ອເດີນດົງດັ້ນປ່າ ໃຊ້ຊີວິດຂອງຜູ້ໄປບວດ ດ້ວຍຄວາມປັກໃຈ ມຸ້ງສູ່ ພະພຸດທະເຈົ້າ, ສ້າງຕັ້ງນິກາຍວິປັດສະນາຈຸກເລີມ ໃຊ້ນາມມະຍົດແມ່ນ ຈຸກເລີມດ້າຍເດົ່າດ່າ. ຄົນລຸ່ນຫຼັງເຄີຍໃຫ້ ການເຄົາລົບນັບຖືວ່າ “ພະພຸດທະເຈົ້າກະສັດ ເຈີ່ນເຍີນຕົງ”.
ແຕ່ລະປີ, ນັບແຕ່ວັນທີ 10 ເດືອນໜຶ່ງຕາມຈັນທະປະຕິທິນເປັນຕົ້ນໄປ ແລະ ແກ່ຍາວຕະຫຼອດ 3 ເດືອນຂອງລະດູບານ ໃໝ່, ແຂກຄົນຈາກສາລະທິດ ໄດ້ມາມະນັດສະການ ເອົາບຸນ ຢູ່ພູອຽນຕື້ ເພື່ອລະນຶກເຖິງພະພຸດທະເຈົ້າກະສັດ ເຈີ່ນເຍີນ ຕົງ, ຖວາຍພະພອນ ມາຍັງພະພຸດທະເຈົ້າ ແລະ ທ່ຽວຊົມທິວທັດລະດູບານໃໝ່.

ພະພຸດທະຮູບກະສັດ ເຈີ່ນເຍີນຕົງ ໃນທ່າ ນັ່ງສຳມະທິ ໄດ້ປະດິດສະຖານ ທີ່ເຂດປ່າດົງ ອັນຕືບໜາ ຂອງພູ ອຽນຕື້ ອັນສະຫງ່າຜ່າເຜີຍ.
ພະພຸດທະຮູບມີນ້ຳໜັກ 138 ໂຕນ ໄດ້ຮັບການຫຼ່ໍດ້ວຍທອງເປັນກ້ອນທີ່ໃຫຍ່ທີ່ສຸດຢູ່ຫວຽດນາມ
ໂດຍໄດ້ ປະດິດສະຖານເທິງພູສູງ. ພາບ: ຈ້ອງຈິ໋ງ.

ແຕ່ລະປີ, ນັບແຕ່ວັນທີ 10 ເດືອນໜຶ່ງຕາມ ຈັນທະປະຕິທິນເປັນຕົ້ນໄປ ແລະ ແກ່ຍາວ ຕະຫຼອດ 3 ເດືອນຂອງລະດູບານໃໝ່, ແຂກຄົນຈາກສາລະທິດ
ໄດ້ມະນັດສະການ ໄປເອົາບຸນຢູ່ພູ ອຽນຕື້ ເພື່ອລະນຶກເຖິງ ພະພຸດທະເຈົ້າກະສັດ ເຈີ່ນເຍີນຕົງ, ຖວາຍພະພອນມາຍັງ
ພະພຸດທະເຈົ້າ ແລະ ທ່ຽວຊົມທິວທັດລະດູບານໃໝ່. ພາບ: ຈາງລິນ

ວັດ ຮວາອຽນ ສ້າງຂຶ້ນແຕ່ສະໄໝລາຊະວົງຫຼີ (ສະຕະວັດທີXI) ຖຶກຖືວ່າແມ່ນວັດຫຼັກ ໃນລະບົບວັດທີ່ ອຽນຕື້. ພາບ: ຮ່ວາງຮ່າ.

ຮ່ອງຮອຍຂອງວັດເກົ່າຫຼັງໜຶ່ງ ຂອງນິກາຍວິປັດສະນາຈຸກເລີມຢູ່ອຽນຕື້. ພາບ: ຈ້ອງຈິ໋ງ

ໜຶ່ງໃນຈຳນວນຕົ້ນໄມໃຫຍ່ 3 ຕົ້ນທີ່ມີອາຍຸ 700 ກວ່າປີ ໂດຍຜູ້ເປັນ ບັນພະຊົນ ຂອງນິກາຍຈຸກເລີມ 3 ອົງ ປຸກຢູ່ວັດ ຮວາອຽນ. ພາບ: ຈ້ອງຈິ໋ງ.

ວັດ “ມົດໝ໋າຍ” ຕັ້ງຢູ່ສັນພູທີ່ສູງສຽບຟ້າ, ເຄິ່ງໜຶ່ງຂອງວັດ ນອນເລິກໃນຖ້ຳ, ອີກເຄິ່ງໜຶ່ງ ເຫັນແຕ່ຫຼັງຄາໂປໂລອອກ
ຄືກັບຊື່ເອີ້ນ ຂອງວັດ ແມ່ນວັດແປະຫຼັງຄາເອົາແທ້. ພາບ: ຈ້ອງຈິ໋ງ.

ພະພຸດທະຮູບໃນວັດ “ມົດໝ໋າຍ” ໄດ້ຮັບການເຈຍລະໄນ ຈາກຫີນຂາວ ທີ່ມີຂະໜາດ ຄິດສະເລັ່ຍແຕ່ 34-62 ຊັງຕິແມັດ
ມີຕັ້ງ ແຕ່ສະໄໝລະຫວ່າງ ລາຊະວົງເລ ແລະ ລາຊະວົງຫງວຽນ. ພາບ: ຮ່ວາງຮ່າ.

ວັດເວີນຕຽວ(ໝາຍຄວາມວ່າ “ເທິງເມກ”) ຕັ້ງຢູ່ລະດັບສູງ ຢູ່ກາງພູ ອຽນຕື້. ພາບ:ຈ້ອງຈິ໋ງ.

ເຂດສວນຂອງທາດວັດ ເວີນຕຽວ ຕັ້ງຢູ່ລະຫວ່າງກາງຂອງເຂດພູ ອຽນຕື້.ພາບ: ຈ້ອງຈິ໋ງ.

ຮ່ອງຮອຍລາຍປະດັບເອ້ຮູບດອກບົວ ດ້ວຍດິນຈີ່ທີ່ມີສັນຍາລັກຂອງນິກາຍວິປັດສະນາ ຈຸກເລີມ ຊອກເຫັນຢູ່ທາດທ່ຽນດິ້ງ-ອຽນຕື້. ພາບ: ຮ່ວາງຮ່າ

ຮ່ອງຮອຍລາຍປະດັບເອ້ຮູບຜີຍັກ ຢູ່ທາດທ່ຽນດິ້ງ-ອຽນຕື້. ພາບ: ຮ່ວາງຮ່າ

ລາຍປະດັບເອ້ຢ່າງປານິດ ຢູ່ຕີນເສົາທາດທ່ຽນດິ້ງ-ອຽນຕື້. ພາບ: ຮ່ວາງຮ່າ |
«
ກຸ່ມບູຮານສະຖານ ແລະ ທິວທັດ ອຽນຕື້ ລວມມີ 3 ພາກ ສ່ວນຕົ້ນຕໍຄື:
- ເຂດບູຮານສະຖານປະຫວັດສາດ ແລະ ທິວທັດອຽນຕື້(ນະຄອນ ອວງ ບີ໋, ແຂວງກວາງນິງ).
- ເຂດບູຮານສະຖານປະຫວັດສາດ ລະຊະວົງ ເຈີ່ນ ທີ່ ດົງຈ່ຽວ (ເມືອງ ດົງຈ່ຽວ, ແຂວງກວາງນິງ)
- ເຂດບູຮານສະຖານ ແລະ ທິວທັດ ໄຕອຽນຕື້ (ເມືອງອຽນຢຸ້ງ, ລຸກ ນາມ, ລຸກງ້ານ ແລະ ເຊີນດົ້ງ, ແຂວງບັກຢາງ).
»
|
ຕາມສັງຄະນາຍົກ ທິກແທງກວຽດ ຫົວໜ້າຄະນະຄຸ້ມຄອງພຸດທະສາສະໜາແຂວງ ກວາງນິງ ທັງເປັນເຈົ້າອາວາດວັດທອງ-ອຽນຕື້ນັ້ນ, ນັບຕັ້ງແຕ່ເວລາທຳອິດ ແຫ່ງ ການບຸກເບີກພູ, ນອກຈາກການບຳເພນກຸສົນ, ຄົ້ນຄວ້າຫຼັກພະທຳຄຳສັ່ງສອນເພື່ອ ປະຕິບັດການເທສະໜາທຳ, ພະກະສັດ ເຈີ່ນເຍີນຕົງ ຍັງໃຫ້ການກ່ໍສ້າງ ກິດຈະການ ສະຖາປັດຕະຍະກຳທາງສາສະໜາ ປະກອບດ້ວຍວັດວາ, ເຈດີ, ທາດ ທີ່ມີຄຸນຄ່າ ດ້ານສະຖາປັດຕະຍະກຳ ກ່ໍຄື ສິລະປະກຳ ອັນພິເສດໃນພູອຽນຕື້ ຄື: ວັດທອງ, ວັດ ບີ໋ ເທື້ອງ, ວັດເລີນ, ວັດຢ໋າຍອວານ, ວັດສວຍຕຳ໋, ວັດເກີ່ມທຶກ, ວັດຮວາອຽນ, ວັດມົດ ໝ໋າຍ, ວັດ ບ໋າວຊາຍ, ວັດເວີນຕຽວ, ສວນທາດເຫວ້ກວາງ ແລະ ສວນທາດຮ່ອນ ຫງອກ...
ຜ່ານວັນເວລາ ແລະ ເຫດການຫຼາຍຢ່າງຂອງປະຫວັດສາດ, ແຕ່ພູ ອຽນຕື້ ທີ່ມີຊື່ສຽງ ດົ່ງດັງ ຕັ້ງຢູ່ ລະຫວ່າງກາງ ສາຍພູອັນສະຫງ່າຜ່າເຜີຍ ຍັງຮັກສາໄວ້ໄດ້ ເຊິ່ງ ເປັນ ສາງວັດທະນະທຳ ກ່ຽວກັບພຸດທະສາສະໜາ ຂອງຊາວຫວຽດ ກ່ອນນີ້ 700 ກວ່າປີ ພ້ອມກັບ ວັດວາ ອາຮາມ ຫຼາຍສິບຫຼັງ, ທາດເຈດີຫຼາຍຮ້ອຍ ແຫ່ງ ພ້ອມກັບວັດຖຸພັນ ຫຼາຍພັນຢ່າງ ທີ່ຈາລຶກຄຸນຄ່າ ທາງ ດ້ານແນວຄິດຈິດໃຈ ອັນປະເສີດເລີດລ້ຳ ຂອງນິກາຍວິປັດສະນາ ຈຸກເລີມ ກ່ໍຄືພື້ນຖານ ວັດທະນະທຳ ທີ່ຮຸ່ງເຮືອງເຫຼື້ອງ ເຫຼື້ອມ ສະໄໝ ດ້າຍຫວຽດ (ສະຕະວັດທີ XIII-XV).
ຈຸດທຳອິດ ທີ່ພວກຂ້າພະເຈົ້າມາຮອດ ແມ່ນ ຫ້ວຍ ຢ໋າຍອວານ. ຕາມເລື່ອງເລົ່າສືບທອດກັນມານັ້ນ, ມີ ນາງສະໜົມ ຜູ້ ງາມໆຫຼາຍຄົນ ໄດ້ຂ້າຕົວຕາຍ ຍ້ອນຄວາມໂສກເສົ້າເສຍໃຈ ທີ່ບ່ໍອາດເຕືອນໃຫ້ ກະສັດສິກອອກມາຢູ່ໃນລາຊະວັງ. ຍ້ອນຄວາມອີດູ, ກະສັດໄດ້ໃຫ້ປຸກວັດຫຼັງໜຶ່ງ ເພື່ອເປັນບ່ອນທຳບຸນໃຫ້ທານ ແກ່ວິນຍານຜູ້ຕາຍໄປສູ່ສຸຂະຕິພົບ.
ສືບຕ່ໍໄປຮອດລະດັບສູງປະມານ 500ແມັດ, ຍ່າງລຽບຕາມເສັ້ນທາງທີ່ຖືກປົກຄຸມໄປດ້ວຍ ຮົ່ມເຢັນຂອງຕົ້ນສົນ ແມ່ນ ຮອດ ສວນທາດ ເຫວ້ກວາງ ບ່ອນມີທາດບູຊາພະກະສັດເຈີ່ນເຍີນຕົງໂດຍໄດ້ປະດິດ ສະຖານ ພະພຸດທະຮູບຂອງເພິ່ນ ສູງ 62 ຊັງຕິແມັດ ດ້ວຍຫີນຂາວໃນທ່າສຳມະທິ.
ຕ່ໍມາແມ່ນຮອດວັດ ຮວາອຽນ ຖືກສ້າງຂຶ້ນແຕ່ສະໄໝລາຊະວົງຫຼີ (ສະຕະວັດທີ XI). ເທິງວັດ ຮວາອຽນ ຢູ່ທັງສອງຟາກ ມີຕາດເງິນຕາດຄຳ ທີ່ເປັນບ່ອນໂຮມເອົາກະແສທານ ອັນໃສເຢັນຂອງເຂດພະນາໄລ ໄຫຼລ່ອງຕະຫຼອດປີ. ຍ່າງຕ່ໍແນວ ນັ້ນແຕ່ລະຂັ້ນໃດຫີນ ຂຶ້ນສູງຈະເຫັນຮ່ອງຮອຍ ເປັນລວາດໆ ຂອງວັດຫຼາຍຫຼັງ ເຄີຍໄດ້ຈາລຶກໄວ້ໃນປຶ້ມ ປະຫວັດສາດ. ໃນທີ່ສຸດ ຢູ່ບ່ອນທີ່ມີລະດັບສູງ 1.068 ແມັດ ທຽບກັບໜ້ານ້ຳທະເລ ແມ່ນວັດ ທອງ, ວັດທີ່ມີ ລັກສະນະເອກະລັກ ມີໜຶ່ງ ບ່ໍມີສອງນີ້ ຖືກອົງການຈັດຕັ້ງສະຖິຕິ ອາຊີ ຮັບຮອງແມ່ນ “ວັດທອງທີ່ຕັ້ງຢູ່ເທິງພູສູງມີຂະໜາດໃຫຍ່ສຸດຂອງອາຊີ”.
ວັດທອງໄດ້ຮັບການປຸກຂຶ້ນ ໃນທ້າຍສະໄໝ ລາຊະວັງ ເລ (ສະຕະວັດທີ XV). ວັດຖືກຫຼໍ່ດ້ວຍທອງລ້ວນໆ ສູງ 3 ແມັດ, ມີພື້ນທີ່ກວ້າງ 12 ແມັດມົນທົນ, ໜັກ 60 ໂຕນ. ຖ້າຍ່າງຕາມ ທາງບົກ ຂຶ້ນເຖິງວັດທອງ ຕ້ອງຜ່ານພູມີສາດ ທີ່ທຸລະກັນ ດານໃຊ້ເວລາ 5-6 ຊົ່ວໂມງ ຈຶ່ງຂຶ້ນເຖິງ.
ບົນເສັ້ນທາງເດີນ, ພວກຂ້າພະເຈົ້າພົບພໍ້ ພະອາຈານແຢງດາຣາ ເຈົ້າອາວາດວັດ ຊາຣິວອນຊາ ທີ່ເທສະບານ ດົ່ງຊ່ວາຍ ແຂວງ ບິ່ງເຟືອກ ກັບມາຈາກການໄປເອົາບຸນ ຢູ່ວັດທອງ, ເພິ່ນບອກວ່າ: “ຂຶ້ນໄປເຖິງ ຈອມພູສູງສະຫງ່າ, ໄດ້ເຫັນກັບຕາ ບ່ອນພະກະສັດ ບຳເພນກຸສົນ ສະໄໝກ່ອນ ຈຶ່ງສາມາດ ວາດນຶກໄດ້ເຖິງ ປັນຈະກັນ ລະຍະທຳ ຂອງເພິ່ນສູງສົ່ງ ແລະ ຍິ່ງ ໃຫຍ່ເຖິງຂັ້ນໃດ”.
ຕາເວັນຄ່ອຍໆລັບລົງ ຢູ່ເທິງຈອມພູອຽນຕື້. ແຕ່ແສງແດດໃນຍາມ ອັດສະດົງລົງແລງ ສາດໃສ່ ພະພຸດທະຮູບ ກະສັດ ເຈີ່ນເຍີນຕົງ ໃນທ່າສຳມະທິ ໃນລະຫວ່າງກາງສຽງກະລໍ, ສຽງລົມ ໂຊຍມາວີ່ແວວ ສົ່ງກິ່ນຫອມຂອງທູບຈັນ ປິວໄປສາລະ ທິດອັນໄດ້ເຮັດໃຫ້ແຂກຄົນ ຮູ້ສຶກລະເລິງໃຈ ເໝືອນຄືວ່າຕົນເອງ ພວມຢູ່ໃນແຖບດິນຂອງພະພຸດທະເຈົ້າ, ບໍ່ມີຫຍັງທີ່ ຕ້ອງຫ່ວງໃຍໂສກເສົ້າເຫງົາງ່ວມ. ນັ້ນກ່ໍຖືວ່າແມ່ນຄວາມສຸກ ຂອງຝ່າຍຄະລືຫັດ ຂະນະທີ່ໄດ້ ຈົມຕົວສະເຫວີຍ ຢູ່ກັບພູ ອຽນຕື້ ອັນຂຽວສົດອຸ່ມທຸ່ມແຫ່ງນີ້.
ຂຶ້ນສູ່ຈອມພູ ຟູ່ເວີນ
ເມື່ອໄດ້ຢຽບຕີນເທິງຈອມພູ ອຽນຕື້ ອັນສັກກາລະບູຊາແລ້ວ ຍ່າງແຕ່ລະກ້າວຢ່າງເຕື້ອຍໆ ຕາມຂັ້ນໃດຫີນ ທີ່ຖືກແດດກ້າ ລົມຝົນ ກັດແຊະ, ພວກຂ້າພະເຈົ້າກ່ໍເຊັ່ນດຽວກັບແຂກຄົນ ໄປມະນັດສະການ ຕ່າງກ່ໍຕົກຕະລຶງ ຕ່ໍຄວາມງາມແບບດຶກ ດຳບັນ ຂອງທຳມະຊາດແຫ່ງນີ້.
ຈາກບ່ອນທີ່ມີລະດັບສູງ 1.068 ແມັດທຽບກັບໜ້ານ້ຳທະເລ ສົ່ງສາຍຕາເບິ່ງອອກໄປໄກ ຈະເຫັນທັງໝົດເຂດຕາເວັນ ອອກສຽງ ເໜືອ ອັນກວ້າງໃຫຍ່, ເຫັນພາບພົດທຳມະຊາດລັບລີ້ໃນໂງ່ນເມກຂາວ ລອຍລະລ່ອງຕາມສັນພູ ຮູ້ສຶກຄືວ່າ ຕົນ ເອງພວມຢູ່ໃນ ແດນຟ້າທີ່ບ່ໍຄ່ອຍພົບເຫັນ ແລະ ວາດນຶກໄດ້ເທື່ອ.
ແຕ່ກີ້, ອຽນຕື້ ໄດ້ຮູ້ຈັກດ້ວຍຊື່ເອີ້ນແມ່ນ ແບກເວີນເຊີນ. ທັງນີ້ກ່ໍເນື່ອງຈາກວ່າ ຈອມພູຖືກປົກຄຸມໄປດ້ວຍ ເມກໝອກ ຕະຫຼອດປີ. ອາດຍ້ອນ ແນວນັ້ນ ຍັງມີຫຼາຍຄົນ ຮຽກພູໜ່ວຍນີ້ແມ່ນ ຈອມຟູ່ເວີນ ໝາຍຄວາມວ່າ ຈອມ “ເມກຟູຂຶ້ນ”.
ທາງຍ່າງແຕ່ຕີນພູ ຮອດຈອມພູອຽນຕື້ ຍາວປະມານ 6000 ແມັດ, ແມ່ນເສັ້ນທາງທີ່ທຸລະກັນດານ, ລະອິດລະອ້ຽວ, ຂຶ້ນຂັ້ນໃດ ຫຼາຍພັນຂັ້ນ ເລັດລອດຜ່ານປ່າດົງດິບ ຈົນຕ້ອງໃຊ້ເວລາເປັນ 6 ຊົ່ວໂມງລຽນຕິດ ຈຶ່ງສາມາດໄປເຖິງ. ຢູ່ສອງ ຟາກທາງ, ບາງຄັ້ງຄາວພັດມີຜຸ່ມໄມ້ໄລ່ຂຽວສົດ ໂອນອຽງໄປຕາມກະແສລົມ. ໄມ້ໄລ່ແມ່ນຕົ້ນໄມ້ປະເພດເອກະລັກຂອງ ອຽນຕື້, ລຳຕົ້ນຊື່ ເປັນສັນຍາລັກໃຫ້ແກ່ ພະລັງຊີວິດອັນໜຽວແໜ້ນ ແລະ ຄວາມງາມອັນເລິກເຊິ່ງ. ອາດຍ້ອນແນວນັ້ນ, ໃນເມື່ອກ່ອນ ກະສັດ ເຈີ່ນເຍີນຕົງ ຈຶ່ງໄດ້ເລືອກເອົາແຫ່ງນີ້ ເປັນບ່ອນຈຳສິນ ແລະ ເອົາຊື່ເອີ້ນຈຸກເລີມໝາຍວ່າ “ປ່າຈຸກ”(ໄມ້ໄລ່)ເພື່ອຕັ້ງໃຫ້ນິກາຍວິປັດສະນາຂອງຕົນ.

ວັດທອງຖືກປຸກຂຶ້ນໃນສະໄໝ ຫຼັງລາຊະວົງ ເລ(ສະຕະວັດທີ XV) ຖືກຫຼ່ໍຈາກທອງລ້ວນໆ ສູງ 3 ແມັດ,
ກວ້າງ12 ແມັດມົນທົນ, ໜັກ 60 ໂຕນ. ພາບ: ຮ່ວາງຮ່າ.

ວັດທອງຕັ້ງຢູ່ເທິງຈອມພູ ອຽນຕື້(ຢູ່ລະດັບສູງ 1.068 ແມັດທຽບກັບ ໜ້ານ້ຳທະເລ). ວັດທີ່ມີລັກສະນະເອກະລັກ ມີໜຶ່ງບ່ໍມີສອງນີ້ . ອົງການຈັດຕັ້ງ
ສະຖິຕິອາຊີ ຮັບຮອງແມ່ນ “ວັດທອງທີ່ຕັ້ງຢູ່ເທິງພູສູງ ມີຂະໜາດໃຫຍ່ສຸດຂອງອາຊີ”. ພາບ: ເອກະສານ VNP

ພະມະຫາ ທິກຄາຍທ້ຽນ ຂອງວັດທອງ ຢູ່ຕ່ໍໜ້າທິວທັດອັນເຕັມໄປດ້ວຍຄວາມລຶກລັບເທິງຈອມພູ ອຽນຕື້ ອັນສັກກາລະບູຊາ. ພາບ: ຮ່ວາງຮ່າ

ພະມະຫາ ທິກເວີນຟອງ ເປັນເຈົ້າພາບ ຈັດພິທີການຂາບໄຫວ້ ຢູ່ວັດທອງ. ພາບ: ຮ່ວາງຮ່າ

ສອງຟາກທາງຍ່າງຂຶ້ນວັດທອງ ແມ່ນປ່າໄມ້ໄລ່ທີ່ຂຽວງາມ, ນີ້ແມ່ນຕົ້ນໄມ້ປະເພດທີ່ເອກະລັກຂອງອຽນຕື້, ອາດຍ້ອນແນວນັ້ນ
ໃນສະໄໝ ກ່ອນພະພຸດທະເຈົ້າກະສັດ ເຈີ່ນເຍີນຕົງ ຈຶ່ງໄດ້ເອົາຊື່ຈຸກເລີມໝາຍເຖິງໄມ້ໄຜ່ປະເພດ
ນີ້ເປັນຊື່ຕັ້ງໃຫ້ນິກາຍວິປັດສະນາຂອງຕົນ. ພາບ: ຈ້ອງຈິ໋ງ.

ທາງຂຶ້ນອຽນຕື້ມີເສັ້ນທາງໜຶ່ງທີ່ລືຊື່ຍ້ອນມີ ແຖວຕົ້ນສົນ ອາຍຸປະມານ 7000 ກວ່າປີ ເຊິ່ງຕາມພົງສາວະດານແມ່ນ
ໄດ້ປູກຕັ້ງແຕ່ເວລາກະສັດ ເຈີ່ນເຍີນຕົງ ໄປອຸປະສົມບົດເທິງພູສູງ. ພາບ: ຈ້ອງຈິ໋ງ.

ດ້ວຍການນັ່ງກະຕ່າລອຍຟ້າ ຂອງລະບົບສາຍກາບຢູ່ ອຽນຕື້, ແຂກທ່ອງທ່ຽວສາມາດ ຊົມເບິ່ງພາບພົດທັງໝົດ ຂອງ ອຽນຕື້
ໂດຍມີກິດຈະການຕ່າງໆ ຄືວັດວາອາຮາມ, ທາດ, ເຈດີ ທີ່ເກົ່າແກ່ລັບໆລີ້ໆ
ໃນປ່າດົງດິບ ທີ່ກວ້າງໃຫຍ່ສຸດສາຍຕາ. ພາບ: ຈ້ອງຈິ໋ງ. |
«
ປ່າດົງຢ່ ູອຽນຕື້ ມີລະບົບສັດ ແລະ ພືດຊາດອຸດົມສົມບູນ ລວມມີ 981 ປະເພດ. ພິເສດ ນະທີ່ນີ້ຍັງ ຮັກສາໄວ້ໄດ້ ພືດຊາດ 38 ປະເພດ ແລະ ສັດ 23 ປະ ເພດ ຈັດຢູ່ໃນ ປະເພດເອກະລັກຫາຍາກ. ໂດດ ເດັ່ນຂຶ້ນແມ່ນ: ໄມ້ແຄນ, ໄມ້ສັກ, ໄມ້ດູ, ຕົ້ນແປກ, ຕົ້ນສົນ, ບາກິກ, ທະນີ ດັງໂມ, ກະຮອກໃຫຍ່, ກົບເທດ...
» |
ນອກຈາກໄມ້ໄລ່, ອຽນຕື້ ຍັງມີເສັ້ນທາງໜຶ່ງທີ່ລືຊື່ ຍ້ອນວ່າລຽບຕາມເສັ້ນທາງນັ້ນ ຈາກເຈດີ ລ່ໍແຣ່ນ ຂຶ້ນໄປປະມານ 200 ແມັດມີຕົ້ນສົນ 200 ກວ່າຕົ້ນອາຍຸປະມານ 700 ປີ. ຕາມເລື່ອງເລົ່າສືບກັນມາວ່າ ຕົ້ນໄມ້ເຫຼົ່ານັ້ນໂດຍແມ່ນກະສັດ ເຈີ່ນເຍີນຕົງ ເປັນ ຜູ້ປູກ ຕັ້ງແຕ່ເວລາທຳອິດຂຶ້ນພູ, ມາດຽວນີ້ມັນສູງສະຫງ່າ ຢູ່ກາງຟ້າ, ລຳຕົ້ນ ແໜ້ນໜາ, ກິ່ງກ້ານຂຽວອຸ່ມທຸ່ມຕືບໜາ ຄືດັ່ງໄດ້ໂຮມເອົາສິ່ງຂອງທັງໝົດ ທີ່ກັ່ນຕອງ ໄດ້ຈາກດິນຟ້າແຫ່ງນີ້ ເພື່ອຊ່ວຍບັນເທົາປັດເປົ່າ ຄວາມອິດເມື່ອຍ ເພື່ອໃຫ້ແຂກຄົນ ສືບຕ່ໍເດີນທາງຂຶ້ນໄປຫາແຖບດິນ ຂອງພະພຸດທະເຈົ້າ.
ອຽນຕື້ ແມ່ນສາຍພູສູງຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຫວຽດນາມ ໂດຍໄດ້ປະ ກອບລະບົບພືດຊາດ ແລະ ສັດທີ່ອຸດົມສົມບູນ ຫຼາກຫຼາຍຮູບແບບ. ນີ້ແມ່ນສາຍພູທີ່ ໄດ້ປະກົດຕົວຂຶ້ນຈາກນີ້ຫຼາຍສິບ ລ້ານປີ ປະກອບດ້ວຍຫີນຫຼາຍປະເພດ ຕ່າງກັນ... ຍ້ອນພູມີສາດ, ທໍລະນີສັບສົນ ພາ ໃຫ້ເກີດມີທິວທັດທຳມະຊາດອັນມະຫັດສະຈັນຄື ຕາດງື້ໂຢ້ຍ, ຕາດເງິນ, ຕາດຄຳ, ປະຕູຂຶ້ນຟ້າ, ທາງຕົ້ນຕຸ່ງ, ປ່າໄມ້ໄລ່ ແລະ ຈອມພູອຽນຕື້...
ປີ 2011, ນາຍົກລັດຖະມົນຕີໄດ້ອອກຂ້ໍຕົກລົງ ສ້າງຕັ້ງປ່າສະຫງວນແຫ່ງຊາດອຽນຕື້. ປ່າແຫ່ງຊາດອຽນຕື້ ມີເນື້ອທີ່ທັງ ໝົດເກືອບ 2.800 ເຮັກຕາ, ເຖິງວ່າບ່ໍ ກວ້າງປານໃດແຕ່ສະຖານທີ່ແຫ່ງນີ້ ສະໜິດຕິດພັນກັບບູຮານສະຖານ ແຫ່ງຊາດ ອຽນຕື້ ແລະຍັງແມ່ນບ່ອນອະນຸລັກຮັກສາແຫຼ່ງແນວພັນພືດຊາດ ແລະ ສັດທີ່ຫາຍາກ ພິເສດແມ່ນຕົ້ນໄມ້ປະເພດ ແກ່ນ ລ້ອນມີທັງສີຂາວ, ສີຂຽວ, ສີ ແດງ, ໄມ້ໄລ່, ໄມ້ຊາງໄພເຫຼືອງ ພ້ອມກັບຕົ້ນຢາ ທີ່ປະເສີດ ຄືບາກິກ,ຈັນຫອມ...
ທ່ານ ຫງວຽນຈຸງຫາຍ, ຫົວໜ້າຄະນະຄຸ້ມຄອງ ເຂດບູຮານສະຖານ ແລະ ປ່າແຫ່ງຊາດ ອຽນຕື້ ໃຫ້ຊາບວ່າ, ປະຈຸບັນຄະ ນະຄຸ້ມຄອງພວມປະຕິບັດໂຄງການຂີດຂັ້ນແດນ ເພື່ອປ້ອງກັນ ແລະ ອະນຸລັກປ່າຢ່າງເຄັ່ງຄັດ ແນໃສ່ຮັກສາແຫຼ່ງແນວ ພັນພືດສາຊາດ ແລະ ສັດທີ່ຫາຍາກ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າວິທະຍາສາດ.
ພຽງແຕ່ໃນໜຶ່ງທົດສະວັດທີ່ຜ່ານມາ, ອຽນຕື້ ໄດ້ຮັບການ ລົງທຶນເກືອບ 1.000 ຕື້ດົ່ງໃຫ້ແກ່ ການປະຕິສັງຂອນບູຮານສະ ຖານ, ກ່ໍສ້າງພື້ນຖານໂຄງລ່າງ ທາງດ້ານເຕັກນິກ ໃນນັ້ນຕ້ອງເວົ້າເຖິງລະບົບ ກະຕ່າລອຍຟ້າສາຍກາບ ທີ່ໄດ້ອອກແບບ ໂດຍມີການເຈືອຈານ ກັບທິວທັດທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ.
ການບໍລິໂພກແຂກຄົນຜ່ານລະບົບສາຍກາບໄດ້ ຊ່ວຍໃຫ້ ເຂົາ ເຈົ້າ ສາມາດຊົມເບິ່ງທິວທັດທັງໝົດຂອງອຽນຕື້ ທີ່ມີວັດວາ ອາຮາມ, ທາດເຈດີ ອັນເກົ່າແກ່ລັບລີ້ຕົວງຽບໆ ໃນເຂດປ່າໄມ້ໄລ່, ປ່າສົນ ແລະ ປ່າດົງດິບ ອັນຂຽວສົດງົດງາມ ພາໃຫ້ທຸກ ຄົນຮູ້ສຶກຄືໄດ້ເຈືອຈານເຂົ້າກັບ ທຳມະຊາດຂອງສະໄໝດຶກດຳບັນ, ໄດ້ສຳຜັດກັບຄວາມປອດໂປ່ງຜ່ອງໃສທີ່ມີໄດ້ ພຽງ ແຕ່ ຢູ່ໃນແຜ່ນດິນຂອງພະພຸດທະເຈົ້າເທົ່ານັ້ນ.
ບົດ: ແທງຮ່ວາ - ພາບ: ຈາງລິນ, ຈ້ອງຈິ໋ງ, ຮ່ວາງຮ່າ
|