ຂ່າວສານ

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI), ແບ່ງ​ປັນ​ວ່າ​ສິ່ງ​ທີ່​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ນັ້ນ​ແມ່ນ ວິ​ໄສ​ທັດ​ຍາວ​ນານ​ໃຫ້ ຫວຽດ​ນາມ ຈົນ​ຮອດ​ປີ 2045 ພ້ອມ​ກັບ 5 ​ທິດ​ທາງ​ໃຫຍ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ.
  ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI) (ພາບ: VNA)  

ວັນ​ທີ 10 ສິງ​ຫາ, ຢູ່​ເວ​ທີ​ປາ​ໄສວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ການ​ລົງ​ທຶນ, ນະ​ວັດ​ຕະ​ກຳ, ການ​ສຶກ​ສາບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຫວຽດ​ນາມ - ອົດ​ສະ​ຕາ​ລີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ, ​ໃນ​ນັ້ນ​ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ຂອບ​ເຂດ​ເສົາ​ຄ້ຳ​ໃໝ່​ແມ່ນ ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ. ບັນ​ດາ​ນັດ​ຊ່ຽວ​ຊານ ອົດ​ສະ​ຕາ​ລີ ຖື​ວ່າ​ບັນ​ດາ​ຂໍ້​ສະ​ເໜີ​ນີ້​ແມ່ນ​ເໝາະ​ສົມ​ກັບ ຄວາມ​ສົນ​ໃຈ​ຂອງ​ອົດ​ສະ​ຕາ​ລີ ແລະ ອົດ​ສະ​ຕາ​ລີ​ຢາກ​ຮ່ວມ​ມື​ກັບ ຫວຽດ​ນາມ​ເພື່ອ​ປະ​ຕິ​ບັດ​ວິ​ໄສ​ທັດ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈ​ິງ.

ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI), ແບ່ງ​ປັນ​ວ່າ​ສິ່ງ​ທີ່​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ນັ້ນ​ແມ່ນ ວິ​ໄສ​ທັດ​ຍາວ​ນານ​ໃຫ້ ຫວຽດ​ນາມ ຈົນ​ຮອດ​ປີ 2045 ພ້ອມ​ກັບ 5 ​ທິດ​ທາງ​ໃຫຍ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ. ທ່ານ​ກ່າວ​ວ່າ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຍົກ​ອອກ 5 ຂົງ​ເຂດ​ຈຸດ​ສຸມ​ເຊິ່ງ​ສອງ​ປະ​ເທດ​ຄວນ​ສຸມ​ໃສ່​ຮ່ວມ​ມື​ໃນ​ອະ​ນາ​ຄົດ. ສິ່ງ​ສຳ​ຄັນ​ແມ່ນ​ໄດ້​ຍົກ​ອອກ​ການແນະ​ນຳ ແລະ ວິ​ໄສ​ທັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ມີ​ສິ່ງ​ໜຶ່ງ​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ສຸດ ​ຕໍ່​ຂ້າ​ພະ​ເຈົ້າ​ນັ້ນ​ແມ່ນ​ການ​ຢັ້ງ​ຢືນ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ສືບ​ຕໍ່ ​ຈັດ​ຕັ້ງ​ການ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປະ​ຈຳ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສ້າງ​ກຳ​ລັງ​ໜູນ​ຕື່ມ​ອີກ​ຢ່າງ​ແທ້​ຈິງ ແລະ ມີ ການ​ເຄື່ອນ​ໄຫວ ຫຼາຍ​ກວ່າ​ອີກ.

ບັນ​ດາ​ນັກ​ຊ່ຽວ​ຊານ​ກ​ໍ່​ຖື​ວ່າ ຫວຽດ​ນາມ ພວມ​ຫັນ​ປ່ຽນ​ຢ່າງ​ແຮງ ແລະ ອົດ​ສະ​ຕາ​ລີ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວ​ມ​ມື​ມີຫຼາຍ​ທ່າ​ແຮງ​ເຊິ່ງ ຫວຽ,ນາມ​ຖື​ເປັນ​ສຳ​ຄັນ​ພິ​ເສດ ແລະ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ.


top