ຂ່າວສານ

ອົງ​ຄະ​ນະ​ພັກ​ທຸກ​ອົງ​ການ​ພັກ​ສູນ​ກາງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIV ຂອງ​ພັກ

ກ່າວຄຳເຫັນກອງປະຊຸມ, ທ່ານເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ເນັ້ນໜັກວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ອົງຄະນະພັກບັນດາອົງການພັກສູນກາງ ຈັດກອງປະຊຸມເຊື່ອມຊືມ, ຜັນຂະຫຍາຍໂຄງການກະທຳຂອງອົງຄະນະພັກບັນດາອົງການພັກສູນກາງ ປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ກ່າວຄຳເຫັນກອງປະຊຸມ,  ທ່ານເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ເນັ້ນໜັກວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນເຫດການການເມືອງ ສຳຄັນພິເສດ, ສ້າງຂີດໝາຍປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມຮຽກຮ້ອງຕ້ອງການສູງ, ໜ້າທີ່ໜັກໜ່ວງກວ່າ, ຮຽກຮ້ອງທົ່ວພັກຕ້ອງປ່ຽນແປງຈິນຕະນາການ ແລະ ການກະທຳຢ່າງແຮງ, ປ່ຽນແປງໃໝ່ວິທີການນຳພາ ແລະ ຈັດຕັ້ງປະຕິບັດມະຕິຢ່າງຂ້ຽວຂາດ, ມີປະສິດທິຜົນ ແລະ ແທ້ຈິງ.

top