ຂ່າວສານ

ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ເຕືອນ​ ຄວາມ​ສ່ຽງພະ​ຍາດ Ebola ​ລະບາດ​ຢູ່​ລະ​ດັບ​ສູງ​ໃນ​ພາກ​ພື້ນ

ວັນ​ທີ 20 ພຶດ​ສະ​ພາ, ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ເຕືອນ​ວ່າ, ຄວາມ​ສ່ຽງພະ​ຍາດ Ebola​ ລະ​ບາດຢູ່ ສ.ກົງ​ໂກ ແລະ ອູ​ກັນ​ດາ ແມ່ນ​ຢູ່​ລະ​ດັບ​ຊາດ ແລະ ພາກ​ພື້ນ, ແຕ່​ຍັງ​ຢູ່​ລະ​ດັບ​ຕ່ຳ​ໃນ​ທົ່ວ​ໂລກ.
  ພາບ​ປະ​ກອບ: AP/Moses Sawasawa  
ຕາມ​ຜູ້​ອຳ​ນວຍ​ການໃຫຍ່ WHO Tedros Adhanom Ghebreyesus ແລ້ວ, ມາ​ຮອດ​ປັດ​ຈຸ​ບັນ ມີ 51 ກໍ​ລະ​ນີ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຕິດ​ພະ​ຍາດ​ຢູ່​ບັນ​ດາ​ແຂວງ Ituri ແລະ Kivu ເໜືອ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ສ.ກົງ​ໂກ. ໃນ​ຂະ​ນະ​ນັ້ນອູ​ກັນ​ດາ ກໍ່​ໄດ້​ແຈ້ງ​ການ​ຢັ້ງ​ຢືນກ່ຽວ​ກັບ 2 ກໍ​ລະ​ນີ​ຕິດ​ພະ​ຍາດ​ ​ຢູ່​ນະ​ຄອນຫຼວງ Kampala. ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກໍ່​ໃຫ້​ຮູ້​ວ່າ, ນອກ​ຈາກ​ບັນ​ດາ​ກໍ​ລະ​ນີ​ທີ່ໄດ້ຮັບ​ການ​ຢັ້ງ​ຢືນ​ແລ້ວ ກໍ່ຍັງ​ມີ​ເກືອບ 600 ກໍ​ລະ​ນີ​ສົງ​ໄສ​ຕິດ​ເຊື້ອ ແລະ 139 ກໍ​ລະ​ນີ​ເສຍ​ຊີ​ວິດ, ພ້ອມ​ທັງ​ຄາດ​ຄະ​ເນ​ວ່າ​ບັນ​ດາ​ຕົວ​ເລກ​ນີ້​ອາດ​ຈະ​ເພີ່ມ​ຂຶ້ນອີກ.

top