ຂ່າວສານ

ອົງການ Logistics ຕາມເຂດເສດຖະກິດ, ແລວເສດຖະກິດ ແລະ ລະບົບຕ່ອງໂສ້ການສະໜອງ

ຕອນ​ບ່າຍ​ວັນ​ທີ 21 ກັນ​ຍາ​, ຢູ່​ນະ​ຄອນ ຫາຍ​ຟອງ​, ສະ​ຫະ​ພັນ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ logistics ເຂດ ຄັ້ງ​ທີ VII ດ້ວຍ​ຫົວ​ຂໍ້ “ສ້າງ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່​ໃຫ້​ແກ່ logistics ເຂດ​ທົ່ງ​ພຽງ​ແມ່​ນຳ​້​ແດງ​”.
  ທ່ານໂຮ່ກ​ວັກ​ຢູ້ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ບັນດາຜູ້ແທນທີ່ເຫດການ (ພາບ: VNA)  

ທີ່​ເວ​ທີ​ປາ​ໄສ​, ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ໄຈ້​ແຍກ​ບັນ​ດາ​ຂໍ້​ຕິດ​ຄັດ​ໃນ​ການ​ພັດ​ທະ​ນາ logistics ເຂດ​ທົ່ງ​ພຽງ​ແມ່​ນຳ​້​ແດງ​, ພິ​ເສດ​ແມ່ນ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ແລະ ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ວິ​ທີ​ການ​ຂົນ​ສົ່ງ​, ລາຍ​ຈ່າຍ logistics... ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ເວ​ທີ​ປາ​ໄສ​, ທ່ານໂຮ່ກ​ວັກ​ຢູ້ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​: ໄລ​ຍະ​ຈະ​ມາ​ເຖິງ​, ຂະ​ແໜງ logistics ຫວຽດ​ນາມ ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ 14 – 16%/ປີ​, ປະ​ກອບ 4,5-5% ເຂົ້າ GDP, ພ້ອມ​ທັງ​ລາຍ​ຈ່າຍ logistics ໄດ້​ຫລຸດ​ລົງ​​ເຫຼືອ​ປະ​ມານ 16% GDP:

“ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ເຄື່ອນ​ໄຫວ​ຈາກ​ການ​ພັດ​ທະ​ນາ logistics ຕາມ​ບໍ​ລິ​ເວນ​ບໍ​ລິ​ຫານ ໄປ​ສູ່ການ​ຈັດ​ຕັ້ງ logistics ຕາມ​ເຂດ​ເສດ​ຖະ​ກິດ​, ແລວ​ເສດ​ຖະ​ກິດ ແລະ ລະ​ບົບ​​ຕ່ອງ​ໂສ້ການ​ສະ​ໜອງ​. ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ສຳ​ຄັນ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ 6 ເຂດ​ເສດ​ຖະ​ກິດ​ຂອງ​ກົມ​ການ​ເມືອງ​. ຂົງ​ເຂດ logistics ບໍ່​ມີ​ເຂດ​ແດນ​ການ​ປົກ​ຄອງບໍ​ລິ​ຫານ​. ດັ່ງ​ນັ້ນ​, ແຕ່​ລະ​ທ້ອງ​ຖິ່ນ​ບໍ່​ສາ​ມາດ​ສ້າງ​ລະ​ບົບ logistics ວົງປິດ​ໄດ້, ຫາກຕ້ອງ​ສ້າງ​ຄົບ​ຊຸດ​, ເຊື່ອມຕໍ່ ແລະ ແບ່ງປັນຢ່າງມີປະສິດທິຜົນ”.


top