ຂ່າວສານ

ອົງການ​ຈັດ​ຕັ້ງ​ກຳ​ມະ​ບານ​ທຸກ​ຂັ້ນ​ສຸມ​ໃສ່​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ການ​ເຕີບ​ໂຕ 2 ຕົວ​ເລກ

"... ກຳ​ມະ​ບານ​ທຸກ​ຂັ້ນ​ຕ້ອງ​ເຊື່ອມ​ຊຶມ​ໜ້າ​ທີ່​ຢ່າງ​ເລິກ​ເຊິ່ງ, ສຸມ​ໃສ່​ປະ​ຕິ​ບັດ​ເປົ້າ​ໝາຍ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ການ​ເຕີບ​ໂຕ 2 ຕົວ​ເລກ; ນະ​ວັດ​ຕະ​ກຳ, ປະ​ຕິ​ບັດ​​ການ​ປະ​ຢ​ັດ​ມັດ​ທະ​ຍັດ, ປ່ຽນ​​ໃໝ່​ທ່າ​ທີ​ການ​ເຮັດ​ວຽກ, ໝູນ​ໃຊ້​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການຫັນ​ເປັນ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ​ຢ່າງ​ແຮງ. ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ການ​ຈັດ​ຕັ້ງ​ກຳ​ມະ​ບານ.”
  ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VOV)  

ຕອນ​ເຊົ້າ​ວັນ​ທີ 28 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ກຳ​ມະ​ກອນ​ສາ​ກົນ​ຄົບ​ຮອບ 140 ປີ (1886 – 2026) ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ປະ​ທານ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ​ທີ່​ດີ​ເດັ່ນ​ໃນ​ວຽກ​ງານ​ສົນ​ທະ​ນາ ແລະ ເຈ​ລະ​ຈາ​ລວມ​ໝູ່ 2026. ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທ​ັງ​ເໝິນ ໄດ້​ເນັ້ນ​ໜັກ​ເຖິງ​ບາງ​ໜ້າ​ທີ່​ຂອງ​ກຳ​ມະ​ບານ​ທຸກ​ຂັ້ນ​.

“ຕ້ອງ​ສືບ​ຕໍ່​ເຊື່ອມ​ຊຶມ, ປະ​ຕ​ິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂ​ອງ​ພັກ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ 11, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ກຳ​ມະ​ບານ ຫວຽດ​ນາມ ຄັ້ງ​ທີ 14 ແລະ ລາຍ​ການ, ແຜນ​ການ​ປະ​ຕິ​ບັດ​ງານ​ຂອງ​ທັງ​ສະ​ໄໝ, ຂອງ​ແຕ່​ລະ​ປີ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ. ກຳ​ມະ​ບານ​ທຸກ​ຂັ້ນ​ຕ້ອງ​ເຊື່ອມ​ຊຶມ​ໜ້າ​ທີ່​ຢ່າງ​ເລິກ​ເຊິ່ງ, ສຸມ​ໃສ່​ປະ​ຕິ​ບັດ​ເປົ້າ​ໝາຍ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ການ​ເຕີບ​ໂຕ 2 ຕົວ​ເລກ; ນະ​ວັດ​ຕະ​ກຳ, ປະ​ຕິ​ບັດ​​ການ​ປະ​ຢ​ັດ​ມັດ​ທະ​ຍັດ, ປ່ຽນ​​ໃໝ່​ທ່າ​ທີ​ການ​ເຮັດ​ວຽກ, ໝູນ​ໃຊ້​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການຫັນ​ເປັນ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ​ຢ່າງ​ແຮງ. ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ການ​ຈັດ​ຕັ້ງ​ກຳ​ມະ​ບານ.”


top