ຂ່າວສານ

ອົງການກວດສອບແຫ່ງລັດເສີມຂະຫຍາຍຈິດໃຈ “ໂປ່ງໃສ, ຊື່ຕົງ, ເກັ່ງກ້າສາມາດ, ທ່ຽງທຳ ”

      ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານປີ 2020. 

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN) 
      ເຂົ້າຮ່ວມແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີໃຫ້ທົ່ວຂະແໜງ ແລະ ນັກກວດສອບແຫ່ງລັດແຕ່ລະຄົນຮັບປະກັນຫຼັກການ “ມີການເຄື່ອນໄຫວທີ່ເປັນເອກະລາດ ແລະ ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ”. ທ່ານນາງກ່າວວ່າ:
            ຂ້າພະເຈົ້າສະເໜີໃຫ້ອົງການກວດສອບແຫ່ງລັດສືບຕໍ່ປະຕິບັດບົດບາດເປັນປະທານ ASOSAI ອາຍຸການ 2018 – 2021 ໃຫ້ເປັນຢ່າງດີ, ມີການເປີດກ້ວາງຮ່ວມມືກັບຫຼາຍອົງການຈັດຕັ້ງ, ອົງການກວດສອບທີ່ມີອິດທິພົນຊື່ສຽງໃນໂລກຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ຍົກສູງທີ່ຕັ້ງ, ພາບພົດຂອງ ອົງການກວດສອບແຫ່ງລັດ ຫວຽດນາມ ບົນເວທີສາກົນ ກໍ່ຄືສ້າງເງື່ອນໄຂສຳຜັດກັບເນື້ອໃນ, ວິທີການ, ເຕັກນິກກວດສອບທີ່ທັນສະໄໝ, ກ້າວໜ້າໃນໂລກ. ພັກ, ລັດ ແລະ ປະຊາຊົນທົ່ວປະເທດ ມີຄວາມປາດຖະໜາວ່າ ອົງການກວດສອງແຫ່ງລັດ ຈະປະຕິບັດຄວາມຮັບຜິດຊອບຂອງອົງການກວດກາການເງິນສາທາລະນະຕາມຈິດໃຈ ໂປ່ງໃສ, ຊື່ຕົງ, ເກັ່ງກ້າສາມາດ, ທ່ຽງທຳ ໃຫ້ດີກ່ວາອີກ
            ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານ ປະກອບສ່ວນເຂົ້າໃນພາລະກິດສ້າງສາສັງຄົມນິຍົມ ແລະ ປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 


top