ທ່ານ Abbas Araqchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາວາລະປຶກສາຫາລືໃນວັນທີ 17 ກຸມພາ ໄດ້ຊ່ວຍໃຫ້ສອງຝ່າຍຊອກຫາສຽງເວົ້າລວມໃນເບື້ອງຕົ້ນ ພາຍຫຼັງແລກປ່ຽນຢ່າງເຄັ່ງຕຶງມາເປັນຫຼາຍຊົ່ວໂມງ.
ອີຣານ ແລະ ອາເມລິກາ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາ “ຫຼັກການກຳນົດທິດ” ໃນຮອບເຈລະຈານິວເຄຼຍຢູ່ ເຊີແນວ, ສະວິດ, ເປັນຂີກໝາຍບາດກ້າວເດີນສຳຄັນໃນຄວາມມານະພະຍາຍາມແກ້ໄຂໜຶ່ງໃນບັນດາຄວາມເຄັ່ງຕຶງດ້ານພູມີສາດການເມືອງທີ່ແກ່ຍາວ ແລະ ສັບສົນທີ່ສຸດໃນໂລກ. ທ່ານ Abbas Araqchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາວາລະປຶກສາຫາລືໃນວັນທີ 17 ກຸມພາ ໄດ້ຊ່ວຍໃຫ້ສອງຝ່າຍຊອກຫາສຽງເວົ້າລວມໃນເບື້ອງຕົ້ນ ພາຍຫຼັງແລກປ່ຽນຢ່າງເຄັ່ງຕຶງມາເປັນຫຼາຍຊົ່ວໂມງ. ທ່ານເນັ້ນໜັກວ່າ ບັນດາແນວຄິດທີ່ແຕກຕ່າງກັນທີ່ໄດ້ຍົກອອກມາ ແລະ ພິຈາລະນາຢ່າງເຂັ້ມງວດ, ຈາກນັ້ນ ບັນລຸໄດ້ຄວາມເຫັນດີເປັນເອກະພາບລວມກ່ຽວກັບບາງຫຼັກການພື້ນຖານທີ່ອາດຈະເປັນພື້ນຖານໃຫ້ແກ່ບັນດາການປະນິປະນອມຄັ້ງຕໍ່ໄປ.
ວໍຊິງຕັນ ຄາດວ່າ ເຕເຮຣານ ຈະຍື່ນບັນດາຂໍ້ສະເໜີລະອຽດກວ່າໃນສອງອາທິດຈະມາເຖິງ ເພື່ອແນໃສ່ຮັດແຄບໄລຍະຫ່າງທີ່ຍັງູຄົງຄ້າງ.