ວັນທີ 18 ເມສາ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໃຫ້ຮູ້ວ່າ ພວມພິຈາລະນາບັນດາຂໍ້ສະເໜີໃໝ່ຈາກ ອາເມລິກາ ພ້ອມທັງຢັ້ງຢືນຈະບໍ່ປະນິປະນອມໃນວິວັດການເຈລະຈາກັບ ວໍຊິງຕັນ.
ກ່ຳປັ່ນຂົນສົ່ງສິນຄ້າລຳໜຶ່ງ ພວມເຄື່ອນຍ້າຍຢູ່ເກາະ Qeshm, ອີຣານ ໃນວັນທີ 18/4/2026 (ພາບ: AP/Asghar Besharati)
ໃນການຖະແຫຼງການ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ຢັ້ງຢືນວ່າ ດ້ວຍການມີໜ້າຂອງກອງບັນຊາການກອງທັບ ປາກິດສະຖານ ຢູ່ ເຕເຮຣານ ໃນຊຸມວັນມໍ່ໆມານີ້, ຝ່າຍ ອາເມລິກາ ໄດ້ຍົກອອກບັນດາຂໍ້ສະເໜີໃໝ່. ປັດຈຸບັນ, ເຕເຮຣານ ພວມພິຈາລະນາ ແລະ ຍັງບໍ່ທັນຍົກອອກຄຳຕອບກັບໃດໆ. ຖະແຫຼງການດັ່ງກ່າວກໍເວົ້າຕື່ມວ່າ ຄະນະເຈລະຈາຂອງ ອີຣານ ຈະບໍ່ຍົກອອກບໍ່ວ່າການປະນິປະນອມ, ຖອນຫຼັງ ຫຼື ຜ່ອນສັ້ນຜ່ອນຍາວໃດ ເຖິງວ່າ ໜ້ອຍສຸດ ແລະ ຈະປົກປ້ອງຜົນປະໂຫຍດຂອງຊາດດ້ວຍກຳລັງແຮງທັງໝົດຂອງຕົນ.
ຕາມສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ແລ້ວ, ເຕເຮຣານ ຕັດສິນໃຈປະຕິບັດການຕິດຕາມ ແລະ ຄວບຄຸມທາງຄົມມະນາຄົມຢູ່ຊ່ອງແຄບທະເລ Hormuz “ຈົນເຖິງເມື່ອໃດສົງຄາມສິ້ນສຸດຢ່າງເຕັມສ່ວນ”.