ຂ່າວສານ

ອີ​ຣານ ຍົກ​ອອກ​ຂໍ້​ສະ​ເໜີ​ເຈ​ລະ​ຈາ​ໃໝ່​ກັບ ອາ​ເມ​ລິ​ກາ

ບັນ​ດາການ​ແລກ​ປ່ຽນ​ສຸມ​ໃສ່​ບັນ​ດາ​ຂໍ້​ລິ​ເລີ່​ມຫຼ້າ​ສຸດ ເພື່ອ​ແນ​ໃສ່​ຢຸດ​ຕິ​ສົງ​ຄາມ​ໂດຍ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ປຸກ​ລະ​ດົມຕ້ານ ອີ​ຣານ ນັບ​ແຕ່​ທ້າຍ​ເດືອນ​ກຸມ​ພາ.
  ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ (ທ່ານ:: AP/Dmitri Lovetsky)  

ວັນ​ທີ 1 ພຶດ​ສະ​ພາ, ສື່ມວນ​ຊົນ​ແຫ່ງ​ລັດ ອີ​ຣານ ໃຫ້​ຂ່າວ​ວ່າ, ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດນີ້ ຫາກໍ່ສົ່ງຂໍ້​ສະ​ເໜີ​ເຈ​ລະ​ຈາ​ໃໝ່​ກັບ ອາ​ເມ​ລິ​ກາ ໃຫ້​ແກ່ ປາ​ກີ​ສະ​ຖານ. ການ​ກະ​ທຳ​ນີ້​ໄດ້​ດຳ​ເ​ນີນ​ໄປ​ພາຍຫຼັງ​ເວ​ລາ​ເກືອບ 1 ອາ​ທິດ​ທີ່ ວໍ​ຊິງ​ຕັນ ປະ​ກາດ​ວ່າບໍ່​ພໍ​ໃຈ​ຕໍ່​ຂໍ້​ສະ​ເໜີ​ຂອບ​ເຈ​ລະ​ຈາ​ໃນ​ເບື້ອງ​ຕົ້ນ ລວມ​ມີ 3 ໄລ​ຍະ​ຂອງ ເຈ​ເຮ​ຣານ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ປະ​ເທດນີ້ ຢືນ​ຢັນ​ວ່າ ເຕ​ເຮ​ຣານ ຍັງ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ການ​ສີ້ນ​ສຸດ​ການ​ປະ​ທະ​ກັນ​ຢ່າງ​ຊີ້ນ​ເຊິງ ແລະ ຮັບ​ປະ​ກັນ​ສັນ​ຕິ​ພາບ​ຍືນ​ຍົງ.

ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ​ຫ້​ຮູ້​ວ່າ, ທ່ານ Abbas Araghchi ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອີ​ຣານ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບກັບທ່ານລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ 5 ປະ​ເທດ ຕວກ​ກີ, Saudi Arabia, Qatar, Iraq ແລະ Azerbaijan. ບັນ​ດາການ​ແລກ​ປ່ຽນ​ສຸມ​ໃສ່​ບັນ​ດາ​ຂໍ້​ລິ​ເລີ່​ມຫຼ້າ​ສຸດ ເພື່ອ​ແນ​ໃສ່​ຢຸດ​ຕິ​ສົງ​ຄາມ​ໂດຍ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ປຸກ​ລະ​ດົມຕ້ານ ອີ​ຣານ ນັບ​ແຕ່​ທ້າຍ​ເດືອນ​ກຸມ​ພາ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ໝາກ​ຜົນ​ລະ​ອຽດ​ຂອງ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ຕ່າງໆ​ດັ່ງ​ກ່າວ ຍັງ​ບໍ່​ທັນ​ໄດ້​ປະ​ກາດ​ເທື່ອ.


top