ESMA ຈະຕິດຕາມກວດກາໂຍກົງບັນດາພື້ນຖານພົວພັນແລກປ່ຽນຫຼັກຊັບ.
ຕະຫຼາດຫຼັກຊັບ Frankfurt,ເຢຍລະມັນ (ພາບ: VNA)
ວັນທີ 10 ຕຸລາ, ບັນດາທ່ານລັດຖະມົນຕີກະຊວງການເງິນສະຫະພາບເອີລົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງເພີ່ມທະວີສິດໃຫ້ແກ່ອົງການຫຼັກຊັບ ແລະ ຕະຫຼາດ ເອີລົບ (ESMA), ເພື່ອແນໃສ່ຊຸກຍູ້ຄວາມເປັນເອກະພາບບັນດາຕະຫຼາດການເງິນ ແລະ ປັປຸງຄວາມສາມາດແກ້ງແຍ້ງຂອງກຸ່ມ.
ຂໍ້ຕົກລົງໄດ້ປະກາດຢູ່ Luxembourg ຈະມອບສີດຕິດຕາມກວດກາຕື່ມອີກໃຫ້ແກ່ ESMA, ຊື່ງແມ່ນອົງການມີສຳນັກງານຕັ້ງຢູ່ ປາຣີ ປະເທດ ຝະລັ່ງ, ສຳລັບບັນດາເຈົ້າກຳສຳຄັນໃນຕະຫຼາດການຮເງິນ. ESMA ຈະຕິດຕາມກວດກາໂຍກົງບັນດາພື້ນຖານພົວພັນແລກປ່ຽນຫຼັກຊັບ ແລະ ຈະເພີ່ມທະວີສິດອອກຄຳຕັດສິນ ພ້ອມກັນນັ້ນ ກົນໄກສົມທົບກັບບັນດາອົງການຄຸ້ມຄອງຕະຫຼາດແຫ່ງຊາດກໍ່ຈະຖືກກຳນົດຢ່າງຈະແຈ້ງກ່ວາ, ຜ່ານນັ້ນ ຍົກສູງຄວາມສາມາດຮັບມືກັບ ເມືອ່ເດີເວິກິດການດ້ານການເງິນ.