ອີຢິບ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນແລ້ວ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອສາກົນທັງໝົດທີ່ສະຫງວນໃຫ້ແກ່ ກາຊາ.
ເຄື່ອງຊ່ວຍເຫຼືອຂອງ ອີຢິບ ພວມເຂົ້າໄປຍັງເຂດກາຊາ ຜ່ານດ່ານຊາຍແດນ Rafah (ພາບ: VOV)
ວັນທີ 03 ກຸມພາ, ອົງການຊີກວົງເດືອນແດງຂອງ ອີຢິບ ໄດ້ຂົນສົ່ງທັນຍາຫານ, ແປ້ງເຂົ້າຈີ່, ຢຸກຢາ, ອຸປະກອນການແພດ, ເຊື້ອເພີງ, ຜ້າຫົ່ມ, ຕູບຜ້າບາດ ແລະ ໂສ້ງເສື້ອກັນໜາວຈຳນວນກວ່າ 7.350 ໂຕນ ເຂົ້າໄປຍັງເຂດ ກາຊາ. ນີ້ແມ່ນງວດເຄື່ອງຊ່ວຍເຫຼືອທີ 130 ຕາມຂໍ້ລິເລີ່ມ “Zad El Izza: ຈາກ ອີຢິບ ໄປຍັງ ກາຊາ”, ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ 2025.
ນັບແຕ່ເມື່ອເກີດການຕໍ່ສູ້ຢູ່ເຂດ ກາຊາ ໃນເດືອນຕຸລາ 2023, ອີຢິບ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງ ກາຊາ ກວ່າ 800.000 ໂຕນແລ້ວ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອສາກົນທັງໝົດທີ່ສະຫງວນໃຫ້ແກ່ ກາຊາ. ປັດຈຸບັນ, Cairo ຕັ້ງໜ້າເຂົ້າຮ່ວມຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ກາຊາ ໂດຍ ອາເມລິກາ ສ້າງຕັ້ງ ແລະ ອຸປະຖຳ, ເປັນກາງໄກ່ເກ່ຍລະຫວ່າງບັນດາຝ່າຍ ປາແລັດສະຕິນ ແລະ ຊຸກຍູ້ການປະຕິບັດມາດຕະການສອງລັດ ໃຫ້ແກ່ການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ, ລວມມີການສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ ດ້ວຍເສັ້ນຊາຍແດນ ປີ 1967 ແລະ ມີນະຄອນຫຼວງ ແມ່ນ Jerusalem ຕາເວັນອອກ.