ຂ່າວສານ

ອີຣານ ເຮັດແຈ້ງເປົ້າໝາຍໄດ້ຮັບ​ອະ​ນຸ​ຍາດ​ເດີນ​ເຮືອຜ່ານຊ່ອງແຄບ Hormuz

ກຳປັ່ນທັງໝົດ, ເວັ້ນເສຍບັນດາກຳປັ່ນຂອງບັນດາປະເທດພວມສູ້ຢັນກັບ ອີຣານ, ລ້ວນແຕ່ສາມາດເດີນເຮືອຜ່ານຊ່ອງແຄບ Hormuz ໄດ້
  (ພາບປະກອບ: REUTERS/Stringer)  

 ວັນທີ 22 ມີນາ, ທ່ານ Ali Mousavi, ຜູ້ຕາງໜ້າ ອີຣານ ປະຈຳອົງການການເດີນເຮືອຢູ່ທະເລ (IMO) ຖະແຫຼງວ່າ ກຳປັ່ນທັງໝົດ, ເວັ້ນເສຍບັນດາກຳປັ່ນຂອງບັນດາປະເທດພວມສູ້ຢັນກັບ ອີຣານ, ລ້ວນແຕ່ສາມາດເດີນເຮືອຜ່ານຊ່ອງແຄບ Hormuz ໄດ້ຖ້າມີການສົມທົບກ່ອນກ່ຽວກັບບັນດາມາດຕະການຄວາມໝັ້ນຄົງກັບຝ່າຍ ອີຣານ.

        ທ່ານ Mousavi, ເນັ້ນໜັກວ່າ ບັນດາຄຳໝັ້ນສັນຍາໃນການເດີນເຮືອຢູ່ທະເລສາກົນ ຕ້ອງຕິດພັນກັບເລື່ອງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣານ, ພ້ອມກັນນັ້ນກໍ່ຢືນຢັນວ່າ ປະເທດນີ້ພ້ອມແລ້ວທີ່ຈະຮ່ວມມືກັບ IMO ແລະ ບັນດາປະເທດອື່ນ ເພື່ອເພີ່ມທະວີຄວາມປອດໄພໃນການເດີນເຮືອຢູ່ທະເລ ກໍຄືປົກປ້ອງລູກເຮືອ. ເຖິງຢ່າງໃດກໍ່ຕາມ, ຜູ້ຕາງໜ້າ ອີຣານ ກໍ່ຖືວ່າ ບັນດາການເຄື່ອນໄຫວດ້ານການທະຫານຂອງ ອາເມລິກາ ແລະ ອິດສະຣາແອັນ ແມ່ນສາຍເຫດຕົ້ນຕໍພາໄປເຖິງສະພາບຄວາມເຄັ່ງຕຶງຄືໃນປະຈຸບັນຢູ່ເຂດອ່າວ Persian.


top