ຂ່າວສານ

ອີຣານ ສືບຕໍ່ຢ້ຳຄືນຄວາມຮຽກຮ້ອງຕ້ອງມີ ລີບັງ ໃນຄຳສັ່ງຢຸດຍິງ

ຄຳຮຽກຮ້ອງດັ່ງກ່າວເຊິ່ງທ່ານ Baqer Qalibaf, ປະທານສະພາແຫ່ງຊາດ, ຫົວໜ້າຄະນະເຈລະຈາ ອີຣານ ຍົກອອກມາໃນຕອນຄ່ຳວັນທີ 10 ເມສາ, ລົງໃນສື່ສັງຄົມ X
  (​ພາບ​ປະ​ກອບ: AP/Hassan Ammar )  

ກ່ອນການເຈລະຈາຄັ້ປະຫວັດສາດທີ່ຈັດຂຶ້ໃນວັນທີ 11 ເມສາ ຢູ່ ປາກິດສະຖານ ລະຫວ່າງ ອາເມລິກາ ແລະ ອີຣານວົງການເຈົ້າໜ້າທີ່ ອີຣານ ສືບຕໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອມີ ລີບັງ ໃນຄຳສັ່ງຢຸດຍິງໃນເວລາ ອາທິດລະຫວ່າງ ອາເມລິກາ ແລະ ອີຣານ.

ຄຳຮຽກຮ້ອງດັ່ງກ່າວເຊິ່ງທ່ານ Baqer Qalibaf, ປະທານສະພາແຫ່ງຊາດຫົວໜ້າຄະນະເຈລະຈາ ອີຣານ ຍົກອອກມາໃນຕອນຄ່ຳວັນທີ 10 ເມສາລົງໃນສື່ສັງຄົມ X, ກ່ອນບັນດາການໂອ້ລົມເຈລະຈາ ອາເມລິກາ - ອີຣານ ທີ່ໄດ້ຈັດຂຶ້ຢູ່ Islamabad, ປາກິສະຖານ. ທ່ານຊີ້ແຈ້ງວ່າ ໃນຈຳນວນບັນດາມາດຕະການທີ່ໄດ້ເຫັນດີເປັນເອກພາບໃນຄຳສັ່ງຢຸດຍິງໃນເວລາ ອາທິດ ແຕ່ຍັງບໍ່ທັນປະຕິບັດໃນພື້ນທີ່ຕົວຈິງແມ່ນຢຸດຕິການສູ້ຮົບຢູ່ ລີບັງ ແລະ ຍົກເລີກຄຳສັ່ງອາຍັດຊັບສິນຂອງ ອີຣານ. ທ່ານເນັ້ນໜັກວ່າ ເວລາໃກ້ຈະໝົດແລ້ວ ແລະ ບັນດາການໂອ້ລົມເຈລະຈາຈະເລີ່ມດຳເນີນກໍ່ຕໍ່ເມື່ອ ອາເມລິກາ ຍອມຮັບບັນດາເງື່ອນໄຂຕັດສິນຊີ້ຂາດຂອງ ອີຣານ ເທົ່ານັ້ນ.


top