ອີຣານ ປະຕິເສດຂ່າວຂໍຢຸດຍິງ, ບຸກໂຈມຕີໃສ່ ອິດສະຣາແອັນ ແລະ ບັນດາປະເທດເຂດອ່າວຢ່າງດຸເດືອດ
(ພາບປະກອບ: REUTERS/Hamad I Mohammed )
ວັນທີ 01 ເມສາ, ເປັນມື້ທີ 33 ຂອງການປະທະກັນ, ອີຣານ ໄດ້ເປີດບັນດາການບຸກໂຈມຕີດ້ວຍລູກສອນໄຟຢ່າງດຸເດືອດເຂົ້າ ອິດສະຣາແອັນ ພ້ອມກັບບັນດາຖານທີ່ໝັ້ນດ້ານການທະຫານຂອງ ອາເມລິກາ ຢູ່ຕາເວັນອອກກາງຄືນອີກ. ເຕເຮຣານ ກໍ່ປະຕິເສດຄຳຖະແຫຼງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງ ອີຣານ ສະເໜີຢຸດຍິງ.
ຕາມຖະແຫຼງການທີ່ໄດ້ຍົກອອກມາໃນຕອນຄ່ຳວັນທີ 01 ເມສາ, ບັນດາກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ໃຫ້ຮູ້ວ່າ ໃນວັນດຽວກັນ, ກຳລັງນີ້ໄດ້ຍິງເຮືອບິນບໍ່ມີຄົນຂັບ Lucas ຂອງທະຫານປະສົມ ອາເມລິກາ - ອິດສະຣາແອັນ ຕົກຢູ່ເຂດນ່ານຟ້າຂອງ ອີຣານ. ກ່ອນໜ້ານັ້ນ, IRGC ກໍ່ແຈ້ງວ່າ ໄດ້ບຸກລະດົມບັນດາການປຸກໂຈມຕີໃໝ່ແນໃສ່ ອິດສະຣາແອັນ ແລະ ບັນດາຖານທີ່ໝັ້ນ ອາເມລິກາ ຢູ່ພາກພື້ນ. ຢູ່ເຂດອ່າວ, 4 ປະເທດ ກາຕາ, ບາເຣັນ, UAE ແລະ ກູເວດ, ແຈ້ງໃຫ້ຊາບວ່າ ຖືກ ອີຣານ ບຸກໂຈມຕີ, ດ້ວຍລູກສອນໄຟ ຫຼື ເຮືອບິນບໍ່ມີຄົນຂັບ.
ທາງດ້ານການທູດ, ອີຣານ ກໍ່ປະຕິເສດຄຳຖະແຫຼງຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບບັນຫາຢຸດຍິງ. ໃນແຈ້ງການປະກາດເມື່ອຕອນບ່າຍວັນທີ 01 ເມສາ, ທ່ານ Esmail Baqaei, ໂຄສົກກະຊວງການຕ່າງປະເທດ ອີຣານ ຢືນຢັນວ່າ ຄຳຖະແຫຼງໃນວັນດຽວກັນຂອງທ່ານ Donald Trump ຕໍ່ເລື່ອງ ອີຣານ ທີ່ໄດ້ສະເໜີຢຸດຍິງນັ້ນບໍ່ແມ່ນຄວາມຈິງ ແລະ ບໍ່ມີຫຼັກຖານ.