ໃນວັນທີ 16 ສິງຫາ, ຄະນະປະຕິບັດງານຂັ້ນສູງຂອງ ຮາມາດ ໄດ້ໄປຍັງນະຄອນຫຼວງ ກາຍໂຣ, ເພື່ອປຶກສາຫາລື ກັບຝ່າຍ ອີຢິບ ກ່ຽວກັບການປັບປຸງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ປະຕິບັດໄລຍະທີສອງຂອງຂໍ້ຕົກລົງສະບັບນີ້.
ເຮືອນຊານຖືກເພພັງຍ້ອນການປະທະກັນຢູ່ເຂດກາຊາ (ພາບ: IRNA/VNA)
ຄະນະປະຕິບັດງານຂອງ ຮາມາດ ນຳໂດຍທ່ານ Khalil Al- Hayya ໄດ້ປືກສາຫາລືກັບ ພົນຈັດຕະວາ Hassan Rashad, ຜູ້ອຳນວຍການອົງການສືບຂ່າວສັງລວມ ອີຢິບ ກ່ຽວກັບບາງບັນຫາດ້ານການເມືອງ ແລະ ເຂດພື້ນທີ່ຕົວຈິງ, ພິເສດແມ່ນບັນດາຄວາມມານະພະຍາຍາມເພື່ອປັບປຸງຂໍ້ຕົກລົງຢຸດຍິງ ແລະ ບັນດາການຜັນແປຫຼ້າສຸດ. ຜູ້ຕາງໜ້າຂອງຝ່າຍ ຮາມາດ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຕໍ່ວິວັດການທີ່ໄດ້ເປັນເອກະພາບກັນລະຫວ່າງຜູ້ກາງໄກ່ເກ່ຍ ແລະ ສະພາສັນຕິພາບ; ພ້ອມທັງໃຫ້ຮູ້ວ່າ: ບູລິມະສິດເບື້ອງຕົ້ນແມ່ນປະຕິບັດທຸກຂັ້ນຕອນ ແລະ ພາລະໜ້າທີ່ຂອງຂໍ້ຕົກລົງ, ເພື່ອໄປເຖິງຄຳສັ່ງຢຸດຍິງສົມບູນ, ຢຸດຕິບັນດາການບຸກໂຈມຕີຕ້ານຄືນຊາວ ປາແລດສະຕິນ, ສຳເລັດການຖອນທະຫານຂອງ ອິດສະຣາແອນ ແລະ ເປີດປະຕູບັນດາດ່ານຊາຍແດນຄືນໃໝ່.
ສ່ວນຜູ້ຕາງໜ້າຝ່າຍ ອີຢິບ ຢັ້ງຢືນວ່າ ທຸກໆຂໍ້ທີ່ໄດ້ ເປັນເອກະພາບກັນຕ້ອງໄດ້ຮັບການປະຕິບັດ, ໃນນັ້ນສຳຄັນທີ່ສຸດ ແມ່ນການຮັບປະກັນການຮັບການໜູນຊ່ວຍມະນຸດສະທຳຢ່າງ ຄົບຖ້ວນ, ປອດໄພ ແລະ ຍືນຍົງ, ກໍ່ຄືການປະຕິບັດ ສຳເລັດເລື່ອງ ອິດສະຣາແອນ ຖອນທະຫານອອກຈາກເຂດ ກາຊາ.