ຂ່າວສານ

ອິນໂດເນເຊຍແລະສິງຄະໂປໃຫ້ຄຳໝັ້ນສັນຍາຊຸກຍູ້ສະຖຽນລະພາບໃນພາກພື້ນ

      ອິນໂດເນເຊຍ ແລະ ສິງຄະໂປ ໃຫ້ຄຳໝັ້ນສັນຍາຮ່ວມມືເພື່ອຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ

ນາຍພົນ Gatot Nurmantyo 
(ພາບ: Reuters)
      ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແນໃສ່ປະກອບສ່ວນເພື່ອຄວາມເປັນລະບຽບຮຽບຮ້ອຍຢູ່ໂລກ. ນີ້ແມ່ນດຳຖະແຫຼງຂອງຜູ້ບັນຊາການບັນດາກຳລັງປະກອບອາວຸດ ອິນໂດເນເຊຍ, ນາຍພົນ Gatot Nurmantyo ທີ່ການປະຊຸມປະຈຳປີຄັ້ງທີ 20 ຂອງຄະນະກຳມະການຂັ້ນສູງ ອິນໂດເນເຊຍ - ສິງຄະໂປ ກ່ຽວກັບບັນຫາຮ່ວມມືລະຫວ່າງກຳລັງປະກອບອາວຸດສອງປະເທດ. ສ່ວນຜູ້ບັນຊາການກຳລັງປະກອບອາວຸດ ສິງຄະໂປ, ພົນຕີ Perry Lim ຖືວ່າ, ລັດທິກໍ່ການຮ້າຍຂ້າມຊາດແມ່ນໄພນາບຂູ່ຢ່າງຈະແຈ້ງ, ເຊິ່ງທັງສອງປະເທດຈຳເປັນຕ້ອງມີການຮ່ວມມືນຳກັນເພື່ອຮັບມື, ດັ່ງນັ້ນຝ່າຍ ສິງຄະໂປ ປາຖະໜາວ່າ ສາຍພົວພັນສອງຝ່າຍຈະໄດ້ຮັບການປັບປຸງກວ່າອີກໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 
 
 

top