ຂ່າວສານ

ອິດ​ສະ​ລາ​ແອັນ ຢັ້ງ​ຢືນ​ບຸກ​ໂຈມ​ຕີ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຊີ​ຣີ

IDF ຢັ້ງຢືນວ່າອົງການນຳໜ້າຂອງ ກອງທັບ ຊີຣີ ຖືກບຸກໂຈມຕີຍ້ອນວ່າສະຖານທີ່ນີ້ໄດ້ອອກຂໍ້ຕົກລົງຈັດສົ່ງນັກຮົບ ໄປປາບປາມວົງຄະນະຍາດຊາວ Druze ສ່ວນໜ້ອຍຢູ່ແຂວງ Sweida, ທາງທິດໃຕ້ ຊີຣີ ໃນຊຸມວັນຜ່ານມາ.
ພາບປະກອບ: REUTERS/Khalil Ashawi
ວັນທີ 16 ກໍລະກົດ, ບົດລາຍງານຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໃຫ້ຮູ້ວ່າ ກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີຕຶກອາຄານກົມໃຫຍ່ເສນາທິການ ຂອງກອງທັບ ຊີຣີ ຢູ່ນະຄອນຫຼວງ Damascus ພ້ອມກັບສະຖານທີ່ຢູ່ໃກ້ກັບທຳນຽບປະທານາທິບໍດີ ຊີຣີ. IDF ຢັ້ງຢືນວ່າອົງການນຳໜ້າຂອງ ກອງທັບ ຊີຣີ ຖືກບຸກໂຈມຕີຍ້ອນວ່າສະຖານທີ່ນີ້ໄດ້ອອກຂໍ້ຕົກລົງຈັດສົ່ງນັກຮົບ ໄປປາບປາມວົງຄະນະຍາດຊາວ Druze ສ່ວນໜ້ອຍຢູ່ແຂວງ Sweida, ທາງທິດໃຕ້ ຊີຣີ ໃນຊຸມວັນຜ່ານມາ. ກ່ຽວກັບສະພາບການຢູ່ແຂວງ Sweida ເຊິ່ງແມ່ນສະຖານທີ່ເກີດການໃຊ້ຄວາມຮຸນແຮງທີ່ນອງເລືອດແກ່ຍາວໃນຫຼາຍວັນຢ່າງລຽນຕິດ ເຮັດໃຫ້ມີຜູ້ເສຍຊີວິດປະມານ 250 ຄົນ, ຂໍ້ມູນ ແລະ ພາບຖ່າຍທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ ສະແດງໃຫ້ເຫັນວ່າ ບັນດາມືປືນຊາວ Druze ໂດຍອິດສະລາແອັນສະໜັບສະໜູນຍັງພວມຄວບຄຸມຫຼາຍເຂດພາກທີ່ກ້ວາງໃຫຍ່ພາຍໃນນະຄອນ Sweida.

top