ຂ່າວສານ

ອິດ​ສະ​ຣາ​ແອັນ ເນລະ​ເທດ​ນັກ​ເຄື່ອນ​ໄຫວ​ໃນ​ກຳ​ປັ່ນ​ກູ້​ຊ່ວຍ Sumud ໝົດທຸກ​ຄົນ

ວັນ​ທີ 14 ພຶດ​ສະ​ພາ, ກຳ​ປັ່ນ 50 ລຳ​ໄດ້​ເດີນ​ທາງ​ຈາກ ຕວກ​ກີ ເພື່ອ​ແນ​ໃສ່​ທຳ​ລາຍ​ຄຳ​ສັ່ງ​ປິດ​ລ້ອມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ ກາ​ຊາ.
  (ພາບ: REUTERS)  

ວັນ​ທີ 21 ພຶດ​ສະ​ພາ, ອິດ​ສະ​ຣາ​ແອັນ​ປະ​ກາດ​ວ່າ​ໄດ້​ເນ​ລະ​ເທດ​ນັກ​ເຄື່ອນ​ໄຫວ​ຕ່າງ​ປະ​ເທດ​ທຸກ​ຄົ​ນ ທີ່​ຖືກ​ກຳ​ລັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​​ປະ​ເທດນີ້ຈັບ​ຕົວ ຈາກ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ອຸ​ປະ​ຖຳ​ໄປ​ຍັງ​ເຂດ ກາ​ຊາ ພ້ອ​ມ​ທັງ​ໃຫ້​ຮູ້​ວ່າ ອິດ​ສະ​ຣາ​ແອັນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ບໍ່​ວ່າ​ການ​ລະ​ເມີດ​ໃດ ​ຕໍ່​ຄຳ​ສັ່ງ​ປິດ​ລ້ອມ​ທະ​ຫານ​ເຮືອ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສຳ​ລັບ ກາ​ຊາ. ແຈ້ງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ຣາ​ແອັນ ດຳ​ເນີນ​ໄປ​ພາຍຫຼັງ​ປະ​ຊາ​ຄົມ​ສາ​ກົນ ມີ​ປະ​ຕິ​ກິ​ລະ​ຍາ​ທີ່​ຮ້າຍ​ແຮງ ຕໍ່​ວີ​ດີ​ໂອ​ໂດຍ​ທ່ານ Itamar Ben Gvir ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄ​ວາມ​ສະ​ຫງົບ​ແຫ່ງ​ຊາດ ອິດ​ສະ​ຣາ​ແອັນ ເອົາ​ລົງ​ສື່​ສັງ​ຄົມ​ອອນ​ລາຍ ໃນ​ນັ້ນ ໄດ້ເຢາ​ະ​ເຢີ້ຍ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຖືກ​ຈັບ​ຕົວ.

ກ່ອນ​ໜ້ານັ້ນ​, ວັນ​ທີ 14 ພຶດ​ສະ​ພາ, ກຳ​ປັ່ນ 50 ລຳ​ໄດ້​ເດີນ​ທາງ​ຈາກ ຕວກ​ກີ ເພື່ອ​ແນ​ໃສ່​ທຳ​ລາຍ​ຄຳ​ສັ່ງ​ປິດ​ລ້ອມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ ກາ​ຊາ. ກຳ​ລັງ ອິດ​ສະ​ຣາ​ແອັນ ໄດ້​ເລີ່ມ​ສະ​ກັດ​ກັ້ນ​ຂະ​ບວນ​ກຳ​ປັ່ນ​ຢູ່​ເກາະ ເມື່ອ​ວັນ​ທີ 18 ພຶດ​ສະ​ພາ ແລະ ຈັບ​ຕົວ​ນັກ​ເຄື່ອນ​ໄຫວ 430 ຄົນ.


top