ຂ່າວສານ

ອິດ​ສະ​ຣາ​ແອັນ ຖີ້ມ​ລູກ​ລະ​ເບີດ​ກ່​ວາ 10.000 ລູກ ລົງ​ໃສ່ ອີ​ຣານ, ອາ​ເມ​ລິ​ກາ ສົ່ງ​ກຳ​ລັງ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ​ຕື່ມ​ອີກ

ວັນທີ 13 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ທະຫານປະເທດນີ້ ໄດ້ຖີ້ມລູກລະເບີດລັ່ງໃສ່ບັນດາເປົ້າໝາຍການທະຫານໃນເກາະ Kharg ຂອງ ອີຣານ ແຫ່ງທີ່ໄດ້ແກ້ໄຂປະລິມານ້ຳມັນດິບສົ່ງອອກເກືອບທັງໝົດຂອງ ເຕເຮຣານ ພ້ອມທັບນາບຂູ່ຈະບຸກໂຈມຕີບັນດາຮາກຖານນ້ຳມັນບໍ່ຢູ່ທີ່ນີ້.
  (ພາບ: REUTERS/Alaa Al Marjani)  

 ວັນທີ 13 ມີນາ, ແມ່ນວັນທີ 14 ຂອງການປະທະກັນຢູ່ຕາເວັນອອກກາງ, ທັງ ອິດສະຣາແອັນ ແລະ ອີຣານ ລ້ວນແຕ່ໄດ້ຍູ້ແຮງຄືນໃໝ່ການບຸກໂຈມຕີຄັ້ງຕ່າງໆເລັ່ງໃສ່ກັນ. ອິດສະຣາແອັນ ປະກາດໄດ້ບຸກໂຈມຕີນັບຮ້ອຍເປົ້າໝາຍຢູ່ ອີຣານ. ໄລ່ລວມນັບແຕ່ເມື່ອການປະທະກັນເກີດຂຶ້ນ, ອິດສະຣາແອັນ ໄດ້ຖີ້ມລູກລະເບີດໃສ່ ອີຣານ ກ່ວາ 10.000 ລູກ, ເຮັດໃຫ້ນາຍທະຫານແຕ່ 4000-5000 ຄົນເສຍຊີວິດ.

  ສ່ວນກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC)  ໄດ້ປະກາດວ່າ ໄດ້ສົມທົບກັບກຳລັງ ເຮັກໂບລາ ຢູ່ ລີບັງ ປະຕິບັດການບຸກໂຈມຕີລວມເລັ່ງໃສ່ ອິດສະຣາແອັນ ໃນວັນທີ 13 ມີນາ. ໄລ່ລວມນັບແຕ່ເມື່ອການປະທະກັນເກີດຂຶ້ນ, ກຳລັງປ້ອງກັນອາກາດ ອີຣານ ໄດ້ຍິງຕົກເຮືອບິນບໍ່ມີຄົນຂັບປະເພດຕ່າງໆຂອງ ອາເມລິກາ ແລະ ໃສ່ ອິດສະຣາແອັນ ທັງໝົດ 111 ລຳ.

  ວັນທີ 13 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ທະຫານປະເທດນີ້ ໄດ້ຖີ້ມລູກລະເບີດລັ່ງໃສ່ບັນດາເປົ້າໝາຍການທະຫານໃນເກາະ Kharg ຂອງ ອີຣານ ແຫ່ງທີ່ໄດ້ແກ້ໄຂປະລິມານ້ຳມັນດິບສົ່ງອອກເກືອບທັງໝົດຂອງ ເຕເຮຣານ ພ້ອມທັບນາບຂູ່ຈະບຸກໂຈມຕີບັນດາຮາກຖານນ້ຳມັນບໍ່ຢູ່ທີ່ນີ້.

    ເກາະ Kharg ເຄີຍຖືກຖືວ່າແມ່ນ “ໝາກຫົວໃຈ” ຂອງຂະແໜງນ້ຳມັນອາຍແກດແຫ່ງຊາດ ອີຣານ ຂະນະໄດ້ແກ້ໄຂ ແລະ ຂົນສົ່ງ 85-90% ປະລິມານນ້ຳມັນດິບສົ່ງອອກຂອງ ອີຣານ.


top