ຂ່າວສານ

ອິດສະຣາແອັນ: ຝ່າຍຄ້ານແຕ່ງຕັ້ງທ່ານ Gadi Eisenkot ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ

ຂໍ້ຕົກລົງດັ່ງກ່າວບັນລຸໄດ້ທີ່ກອງປະຊຸມລວມຂອງການນຳບັນດາຝ່າຍຄ້ານຢູ່ນະຄອນ Herzliya, ອິດສະຣາແອັນ, ກ່ອນທີ່ການປຶກສາກັບທ່ານປະທານາທິບໍດີ Herzog ເລີ່ມຕົ້ນໃນວັນທີ 04 ພະຈິກ.
ທ່ານ Gadi Eisenkot, ປະທານພັກ Yashar (ພາບ: ຊິນຮົວ/VNA)

ວັນທີ 03 ພະຈິກ, ການນຳພັກຝ່າຍຄ້ານ ອິດສະຣາແອັນ ເປັນ​ເອ​ກະ​ພາບແຕ່ງຕັ້ງທ່ານ Gadi Eisenkot, ປະທານພັກ Yashar, ເປັນ​ຜູ້​ມະ​ໝັກ​ຮັບ​ເລືອກຕັ້ງເປັນ​ນາ​ຍົກລັດຖະມົນຕີ ແລະ ສະ​ເໜີ​ທ່ານ Isaac Herzog, ປະທານາທິບໍດີ ມອບໜ້າ​ທີ່​ສ້າງ​ຕັ້ງລັດຖະບານໃໝ່ໃຫ້​ທ່ານ. ​ພ້ອມ​ກັນ​ນັ້ນ, ບັນ​ດາພັກນີ້​ໄດ້ໃຫ້ຄຳ​ໝັ້ນ​ສັນ​ຍາຈະສ້າງຕັ້ງ "ລັດຖະບານສຸກເສີນແຫ່ງຊາດ" ຢ່າງ​ວ່ອງ​ໄວ ເພື່ອປ່ຽນ​ແທນລັດ​ຖະ​ບານໃນ​ປະ​ຈຸ​ບັນຂອງ​ທ່ານນາຍົກລັດຖະມົນຕີ Benjamin Netanyahu.

ຂໍ້ຕົກລົງດັ່ງກ່າວບັນລຸໄດ້​ທີ່ກອງປະຊຸມ​ລວມຂອງ​ການນຳ​ບັນ​ດາຝ່າຍຄ້ານ​ຢູ່​ນະ​ຄອນ Herzliya, ອິດສະຣາແອັນ, ກ່ອນ​ທີ່​ການ​ປຶກ​ສາກັບ​ທ່ານປະທານາທິບໍດີ Herzog ​ເລີ່ມຕົ້ນໃນວັນທີ 04 ພະຈິກ. ໃນຖະແຫຼງການຮ່ວມ, ບັນ​ດາ​ການ​ນຳ​ໄດ້​ຢືນ​ຢັນຄຳໝັ້ນສັນຍາທີ່ຈະເຄົາລົບການມອບສິດ​ຂອງຜູ້ມີສິດເລືອກຕັ້ງ​ກ່ຽວ​ກັບການປ່ຽນ​​ລັດຖະບານ.


top