ວັນທີ 28 ມັງກອນ, ທະນາຄານກາງ ສ.ອາເມລິກາ (Fed), ໄດ້ຕັດສິນໃຈຮັກສາອັດຕາດອກເບ້ຍໄດ້ຄືເກົ່າ ໃນກອງປະຊຸມນະໂຍບາຍຄັ້ງທຳອິດຂອງປີ.
ທ່ານ Jerome Powell ປະທານ FED ກ່າວຄຳເຫັນໃນການຖະແຫຼງຂ່າວຫຼັງກອງປະຊຸມ (ພາບ: REUTERS/Jonathan Ernst
ລະອຽດແມ່ນ, ດ້ວຍອັດຕາ ບັດເຫັນດີ 10/12 ບັດ, Fed ຮັກສາອັດຕາດອກເບ້ຍ ຢູ່ລະດັບແຕ່ 3,5% ຫາ 3,75%, ເຊິ່ງແມ່ນໝາກຜົນໄດ້ຮັບການຄາດຄະເນໃນວົງກວ້າງ ເມື່ອບັນດາເຈົ້າໜ້າທີ່ລໍຄອຍ ຂໍ້ມູນກ່ຽວກັບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຕື່ມອີກ. ໃນແຈ້ງການກ່ຽວກັບການຕັດສິນນີ້, ບັນດານັກວາງແຜນກຳນົດນະໂຍບາຍ ໃສ່ໃຈວ່າ ບັນດາການເຄື່ອນໄຫວດ້ານເສດຖະກິດ ອາເມລິກາ ພວມໄດ້ຮັບການເປີດກວ້າງດ້ວຍຄວາມໄວຢ່າງໝັ້ນແກ່ນ, ໃນຂະນະທີ່ອັດຕາຜູ້ວ່າງງານຢູ່ ອາເມລິກາ ໄດ້ສະແດງໃຫ້ເຫັນສັນຍານເປັນປົກກະຕິ.
ການກະທຳຂອງ Fed ໄດ້ດຳເນີນໃນສະພາບການອົງການນີ້ພວມຕ້ອງປະເຊີນໜ້າກັບກຳລັງກົດດັນທີ່ນັບມື້ນັບເພີ່ມຂຶ້ນ ຈາກທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງການປັບອັດຕາດອກເບ້ຍລົງ ແລະ ການຕັດສິນທີ່ຫາກໍ່ໄດ້ຍົກອອກມາອາດຈະເຮັດໃຫ້ບັນດາເຈົ້າໜ້າທີ່ Fed ສືບຕໍ່ຕົກເຂົ້າສູ່ສະພາບການສູ້ຢັນກັນກັບທ່ານ Donald Trump.