ກອງພົນນ້ອຍໄດ້ສົມທົບລະຫວ່າງກຳລັງສູ້ຮົບທາງບົກແບບເກົ່າກັບລະບົບເຮືອບິນບໍ່ມີຄົນຂັບ (UAS), ການສູ້ຮົບເອເລັກໂຕນິກ (EW), ພາຫະນະຕ້ານວັດຖຸບິນບໍ່ມີຄົນຂັບ ແລະ ບັນດາລະບົບບັນຊາການ, ຄວບຄຸມທີ່ທັນສະໄໝ.
ນັກຮົບກອງກຳລັງພິທັກແຫ່ງຊາດ ອາເມລິກາ (ພາບ: VNA)
ກອງທັບອາເມລິກາ ພວມຈັດສົ່ງນັກຮົບກອງກຳລັງພິທັກແຫ່ງຊາດຂຶ້ນກັບ ກອງພົນນ້ອຍການສູ້ຮົບເຄື່ອນທີ່ (MBCT) ຫາກໍ່ໄດ້ສ້າງຕັ້ງຂຶ້ນໄປຍັງພາກພື້ນຕາເວັນອອກກາງ ເພື່ອໜູນຊ່ວຍບັ້ນຮົບ Inherent Resolve. ການກະທຳນີ້ສ້າງຂີດໝາຍເປັນຄັ້ງທຳອິດກົມກອງພິທັກແຫ່ງຊາດ ອາເມລິກາ ໄດ້ຜັນຂະຫຍາຍການສູ້ຮົບຕາມຮູບແບບກອງພົນນ້ອຍໃໝ່. ກຳລັງທີ່ໄດ້ຈັດສົ່ງໄປນີ້ແມ່ນຂຶ້ນກັບ ກອງພົນນ້ອຍ 116, ໂດຍສ້າງຂຶ້ນບົນພື້ນຖານບັນດາກົມກອງພິທັກແຫ່ງຊາດ ຂອງສອງລັດ Virginia ແລະ Kentucky. ກອງພົນນ້ອຍໄດ້ສົມທົບລະຫວ່າງກຳລັງສູ້ຮົບທາງບົກແບບເກົ່າກັບລະບົບເຮືອບິນບໍ່ມີຄົນຂັບ (UAS), ການສູ້ຮົບເອເລັກໂຕນິກ (EW), ພາຫະນະຕ້ານວັດຖຸບິນບໍ່ມີຄົນຂັບ ແລະ ບັນດາລະບົບບັນຊາການ, ຄວບຄຸມທີ່ທັນສະໄໝ.