ວັນທີ 14 ມັງກອນ, ລັດຖະບານ ອາເມລິກາ ປະກາດຈະເລີ່ມໄລຍະທີສອງຂອງແຜນການຢຸດຕິການປະທະກັນຢູ່ເຂດກາຊາ.
ບັນດາຕຶກອາຄານຖືກທຳລາຍຢູ່ນະຄອນ ກາຊາ (ພາບ: REUTERS/Dawoud Abu Alkas )
ໄລຍະທຳອິດໃນແຜນການຂອງອາເມລິກາ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນນັ້ນມີບັນດາການບຸກໂຈມຕີທາງອາກາດຂອງອິດສະລາແອັນ ເຮັດໃຫ້ປະຊາຊົນນັບຮ້ອຍຄົນຢູ່ເຂດກາຊາເສຍຊີວິດ, ເລື່ອງຍັງບໍ່ທັນຢັ້ງຢືນໄດ້ອັດຖິຂອງຕົວປະກັນອິດສະລາແອັນຄົນສຸດທ້າຍ, ກໍ່ຄືຄວາມຊັກຊ້າໃນການເປີດບັນດາດ່ານຊາຍແດນລະຫວ່າງ ເຂດກາຊາ ແລະ ເອຢິບຄືນໃໝ່.
ການເລີ່ມໄລຍະທີສອງໝາຍຄວາມວ່າ: ອາເມລິກາ ແລະ ບັນດາຄູ່ຮ່ວມມືເປັນກາງໄກ່ເກ່ຍ ຈະປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ສັບສົນກວ່າ, ລວມມີວິທີການແກ້ໄຂ ຮາມາດສ ແລະ ການຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ ຢູ່ເຂດກາຊາ. ໃນບົດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ໄລຍະທີສອງຈະສຸມໃສ່ການສ້າງອຳນາດການປົກຄອງປ່ຽນຜ່ານ ຂອງຊາວປາແລັດສະຕິນ ຢູ່ເຂດກາຊາ, ພ້ອມທັງເລີ່ມວິວັດການ ຫຼຸດຜ່ອນກຳລັງອາວຸດ ແລະ ສ້າງສາເຂດນີ້ຄືນໃໝ່.