ຂ່າວສານ

ອາ​ເມ​ລິ​ກາ ອາ​ໄລ​ຫາ ເຫດການ 25 ປີ​ແຫ່ງວັນ​​ກໍ່​ການ​ຮ້າຍ 11 ກັນ​ຍາ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ ປະ​ເທດ ອາ​ເມ​ລິ​ກາ ອາ​ໄລ​ຫາ ບັນ​ດາ​ວິນ​ຍານ​​ທີ່​ຖືກ​ເສຍ​ຊີ​ວິດ ໃນ​ວັນ​ທີ 11 ກັນ​ຍາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ​ບໍ່​ມີ​ວວັນຈະຫຼົງ​ລື່ມ ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.
  ພິ​ທີ ອາ​ໄລ​ຫາ ເຫດການ 25 ປີ​ແຫ່ງວັນ​​ກໍ່​ການ​ຮ້າຍ 11 ກັນ​ຍາ (ພາບ: VNA)  

ວັນ​ທີ 11 ກັນ​ຍາ, ປະ​ເທດ ອາ​ເມ​ລິ​ກາ ໄດ້​ຈັດ​ພິ​ທີ​ອາ​ໄລ​ຫາ ໃນ​ທົ່ວ​ປະ​ເທດ​ເພື່ອ​ສ້າງ​ຂີດໝາຍ 25 ປີ​ເຫດ​ການ​ກໍ​ການ​ຮ້າຍ ໃນ​ວັນ​ທີ 11 ກັນ​ຍາ 2001, ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ເກືອບ 3000 ຄົນ​ຢູ່​ນິວ​ຢອກ, ທຳ​ນຽບ 5 ແຈ ແລະ Shanksville, ລັດ Pennsylvania.

ຢູ່​ນິວຢອກ, ຍາດພີ່​ນ້ອງ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ ສືບ​ຕໍ່​ປະ​ເພ​ນີ​ອ່ານ​ຊື່​ຜູ້​ເສຍ​ຊີ​ວິດ ແລະ ສະ​ຫງວນ​ໜຶ່ງ​ນາທີ່ອາ​ໄລ​ຫາ​ໃນ​ຈຸດ​ເວ​ລາ​ເຮືອ​ບິນ​ຂອງ​ພວກກໍ່ການຮ້າຍ ຕ່ຳ​ໃສ່​ຕຶກແຝດສູນ​ການ​ຄ້າ​ໂລກ, ທຳ​ນຽບ 5 ແຈ ແລະ ເມື່ອ​ຕຶກແຝດພັງຖະຫຼົ່ມ​ລົງ.

ປີ​ນີ້, ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຂົ້າ​ຮ່ວມ​ພິ​ທີ​ໄວ້​ອາ​ໄລ​ຢູ່​ທຳ​ນຽບ 5 ແຈ, ບ່ອນ​ມີ​ຜູ້​ເສຍ​ຊີ​ວິດ 184 ຄົນ ໃນ​ເຫດ​ບຸກ​ໂຈມ​ຕີ ປີ 2001. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Donald Trump ຢັ້ງ​ຢືນ​ວ່າ ປະ​ເທດ ອາ​ເມ​ລິ​ກາ ອາ​ໄລ​ຫາ ບັນ​ດາ​ວິນ​ຍານ​​ທີ່​ຖືກ​ເສຍ​ຊີ​ວິດ ໃນ​ວັນ​ທີ 11 ກັນ​ຍາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ​ບໍ່​ມີ​ວວັນຈະຫຼົງ​ລື່ມ ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.


top