ອຳນາດການປົກຄອງປະທານາທິບໍດີ ອາເມລິກາ ທ່ານ Donald Trump ຫາກໍ່ສະເໜີຈັດວາງອັດຕາພາສີເພີ່ມເຕີມຂຶ້ນເຖິງ 12,5% ສຳລັບສິນຄ້ານຳເຂົ້າຈາກ 60 ປະເທດ ແລະ ເຂດແຄວ້ນ ພາຍຫຼັງສະຫຼຸບບັນດາຄູ່ຮ່ວມມືການຄ້ານີ້ ຍັງບໍ່ທັນມີມາດຕະການທີ່ເຂັ້ມແຂງຢ່າງພຽງພໍເພື່ອສະກັດກັ້ນການນຳໃຊ້ແຮງງານແບບບັງຄັບໃນລະບົບສະໜອງ.
ກ່ຳປັ່ນຂົນສົ່ງສິນຄ້າລຳໜຶ່ງຢູ່ທ່າກ່ຳປັ່ນ Oakland, California, ອາເມລິກາ (ພາບ: REUTERS/Carlos Barria)
ຕາມຂໍ້ສະເໜີ, ອາເມລິກາ ຈະຈັດວາງອັດຕາພາສີເພີ່ມເຕີມ 10% ສຳລັບສິນຄ້ານຳເຂົ້າຈາກ 15 ປະເທດຄູ່ຮ່ວມມືການຄ້າ, ລວມມີ: ການາດາ, ສະຫະພາບເອີຣົບ (ອີຢູ), ອັງກິດ, ເມັກຊີໂກ, ອິນໂດເນເຊຍ, ປາກິດສະຖານ, ບັງກະລາເທດ… ນີ້ແມ່ນກຸ່ມບັນດາຄູ່ຮ່ວມມື ທີ່ມີບັນດາຄຳໝັ້ນສັນຍາ ຫຼື ໂຄງການເຄື່ອນໄຫວ ແນໃສ່ແກ້ໄຂບັນຫານຳໃຊ້ແຮງງານແບບບັງຄັບ, ແຕ່ຜົນການປະຕິບັດຍັງບໍ່ທັນຕອບສະໜອງໄດ້ຕາມແງ່ຫວັງຂອງ ວໍຊິງຕັນ. ໃນຂະນະນັ້ນ, 45 ປະເທດທີ່ຍັງເຫຼືອ ຈະປະເຊີນໜ້າກັບອັດຕາພາສີສູງກວ່າ, ຂຶ້ນເຖິງ 12,5% ໃນນັ້ນ, ມີຫຼາຍພື້ນຖານເສດຖະກິດໃຫຍ່, ຄື: ອິນເດຍ, ຈີນ ແລະ ສ.ເກົາຫຼີ.
ໃນທັນທີ, ຫຼາຍຄູ່ຮ່ວມມືກໍ່ສະແດງປະຕິກິລິຍາຕໍ່ຂໍ້ສະເໜີຂອງ ອາເມລິກາ. ຄະນະກຳມະການ ເອີຣົບ ຖືວ່າ ບັນດາລະດັບອັດຕາພາສີໃໝ່ແມ່ນບໍ່ເໝາະສົມ ແລະ ບໍ່ສອດຄ່ອງກັບບັນດາຄຳໝັ້ນສັນຍາດ້ານການຄ້າສອງຝ່າຍ ທີ່ບັນລຸໄດ້ກັບ ວໍຊິງຕັນ. ຈີນ ກໍຄັດຄ້ານບັນດາມາດຕະການພາສີຕາມລຳພັງຝ່າຍດຽວເຫຼົ່ານີ້, ພ້ອມທັງປະຕິເສດຄຳກ່າວຫາກ່ຽວກັບການນຳໃຊ້ແຮງງານແບບບັງຄັບຢູ່ປະເທດນີ້. ໃນຂະນະນັ້ນ, ການາດາ, ອັງກິດ ແລະ ໄຕ້ຫວັນ (ຈີນ) ໃຫ້ຮູ້ວ່າ ຈະສືບຕໍ່ເຮັດວຽກກັບ ວໍຊິງຕັນ ເພື່ອປົກປ້ອງບັນດາຂໍ້ຕົກລົງການຄ້າທີ່ພວມມີ.