ອາເມລິກາ ຍັງຄົງມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ ແລະ ຢັ້ງຢືນຂໍ້ມູນຢ່າງຄົບຖ້ວນກ່ຽວກັບບັນດາທະຫານທີ່ຫາຍສາບສູນໃນສົງຄາມ ຫວຽດນາມ ແລະ ຄວາມມານະພະຍາຍາມມະນຸດສະທຳນີ້ໄດ້ຮັບການຮັກສາ ຍ້ອນການຮ່ວມມືທີ່ມີມາຍາວນານຈາກລັດຖະບານ ຫວຽດນາມ.
ທ່ານຜູ້ອຳນວຍການອົງການ DPAA Kelly McKeague ຢູ່ນອກສຸດທາງເບື້ອງຊ້າຍມື (ພາບ: TTXVN)
ຜູ້ອຳນວຍການອົງການຊອກຫາຊະເລີຍເສິກ ແລະ ຜູ້ຫາຍສາບສູນໃນປາງສົງຄາມຂຶ້ນກັບກະຊວງປ້ອງກັນປະເທດ ອາເມລິກາ (DPAA) ທ່ານ Kelly McKeague ຫາກໍ່ມີບົດຂຽນໃນລາຍການ ຈົດໝາຍຝາກເຖິງຄະນະບັນນາທິການຂອງ ໜັງສືພິມ The Washington Times, ໃນນັ້ນ ໄດ້ຍົກໃຫ້ເຫັນຢ່າງພົ້ນເດັ່ນການຮ່ວມມື ແລະ ການໜູນຊ່ວຍຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນຄວາມມານະພະຍາຍາມມະນຸດສະທຳຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ.
ຕາມທ່ານ Kelly McKeague ແລ້ວ, ອາເມລິກາ ຍັງຄົງມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ ແລະ ຢັ້ງຢືນຂໍ້ມູນຢ່າງຄົບຖ້ວນກ່ຽວກັບບັນດາທະຫານທີ່ຫາຍສາບສູນໃນສົງຄາມ ຫວຽດນາມ ແລະ ຄວາມມານະພະຍາຍາມມະນຸດສະທຳນີ້ໄດ້ຮັບການຮັກສາ ຍ້ອນການຮ່ວມມືທີ່ມີມາຍາວນານຈາກລັດຖະບານ ຫວຽດນາມ. ທ່ານໃຫ້ຮູ້ວ່າ ການຮ່ວມມືນີ້ ເລີ່ມມາຈາກທົດສະວັດກ່ອນ ເມື່ອສອງປະເທດສ້າງສາຍພົວພັນທາງການທູດຄືນໃໝ່ຢ່າງເປັນທາງການ ແລະ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືທີ່ໝັ້ນຄົງເຂັ້ມແຂງ ເຊິ່ງ ອາເມລິກາ ແລະ ຫວຽດນາມ ໄດ້ສ້າງຕັ້ງໃນປັດຈຸບັນ. ຍ້ອນມີການຮ່ວມມືຢ່າງໜຽວແໜ້ນ ແລະ ຈຳເປັນນັ້ນ, ອາເມລິກາ ຊອກຫາໄດ້ທະຫານ ອາເມລິກາ 752 ຄົນ ໃນປາງສົງຄາມ ຢູ່ ຫວຽດນາມ ແລະ ໄດ້ສົ່ງອັດຖິຂອງເຂົາເຈົ້າກັບຄືນເມືອບ້ານເກີດເມືອງນອນ.