ວັນທີ 02 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດສຳຄັນດັດປັບນະໂຍບາຍພາສີ; ໃນນັ້ນ ຫາກໍປັບປຸງກົນໄກຈັດວາງອັດຕາພາສີສຳລັບເຫຼັກກ້າ, ອາລູມີນຽມ ແລະ ທອງ, ທັງຈັດວາງອັດຕາພາສີສຳລັບຜະລິດຕະພັນການຢານຳເຂົ້າຂຶ້ນເຖິງ 100%.
ທ່ານປະທານາທິບໍດີ ອາເມລິກາ Donald Trump. (ພາບ: AP/Alex Brandon)
ລະອຽດ, ສຳລັບຂົງເຂດໂລຫະ, ອາເມລິກາ ສືບຕໍ່ຮັກສາລະດັບອັດຕາພາສີ 50% ສຳລັບເຫຼັກກ້າ, ອາລູມີນຽມ ແລະ ທອງນຳເຂົ້າຕາມມາດຕາ 232. ເຖິງຢ່າງໃດກໍຕາມ, ວິທີການເກັບພາສີໄດ້ຮັບການດັດປັບເມື່ອນຳໃຊ້ລາຄາຕົວຈິງທີ່ລູກຄ້າ ອາເມລິກາ ຕ້ອງຈ່າຍ, ໂດຍປ່ຽນແທນໃຫ້ມູນຄ່າທີ່ໄດ້ແຈ້ງອອກ, ເພື່ອແນໃສ່ຈຳກັດສະພາບແຈ້ງມູນຄ່າຕ່ຳເພື່ອຫຼຸດອັດຕາພາສີ.
ຕາມນະໂຍບາຍໃໝ່ແລ້ວ, ບັນດາຜະລິດຕະພັນທີ່ມີອັດຕາໂລຫະຕ່ຳກວ່າ 15% ຕາມນ້ຳໜັກສຸດທິຈະໄດ້ຍົກເວັ້ນພາສີ 100%. ສຳລັບຜະລິດຕະພັນທີ່ມີອັດຕາໂລຫະສູງກວ່າ 15%, ລະດັບອັດຕາພາສີຈະຫຼຸດລົງເຫຼືອພຽງ 25% ແຕ່ໝູນໃຊ້ສຳລັບມູນຄ່າທັງໝົດຂອງສິນຄ້າ. ນອກຈາກນັ້ນແລ້ວ, ເຄື່ອງອຸປະກອນອຸດສາຫະກຳ ແລະ ຕາໜ່າງໄຟຟ້າຈຳນວນໜຶ່ງທີ່ນຳໃຊ້ໂລຫະຫຼາຍ ຈະໄດ້ຮັບອັດຕາພາສີພິເສດ 15% ຮອດປີ 2027 ເພື່ອແນໃສ່ຊຸກຍູ້ການລົງທຶນເຂົ້າໃນການຜະລິດ. ບັນດາຜະລິດຕະພັນຜະລິດຢູ່ຕ່າງປະເທດ ແຕ່ນຳໃຊ້ວັດຖຸດິບເປັນໂລຫະທັງໝົດຈາກ ອາເມລິກາ ກໍໄດ້ໝູນໃຊ້ອັດຕາພາສີທີ່ຕ່ຳກວ່າ, ປະມານ 10%.