ຂ່າວສານ

ອາ​ເມ​ລິ​ກາ ຊັ່ງ​ຊາ​ການ​ເພີ່ມ​ເຕີມ 36 ປະ​ເທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຫ້າມ​ເຂົ້າ​ເມືອງ ອາ​ເມ​ລິ​ກາ

ສື່ມວນຊົນ ອາເມລິກາ ໄດ້ລົງຂ່າວວ່າ ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump ໃນປັດຈຸບັນພວມຊັ່ງຊານຳ 36 ປະເທດເຂົ້າບັນຊີລາຍຊື່ຫ້າມເຂົ້າເມືອງ ອາເມລິກາ ຕື່ມອີກ.

ຕາມການແນະນຳພາຍໃນຂອງກະຊວງການຕ່າງປະເທດ ໂດຍສື່ມວນຊົນ ອາເມລິກາ ຄັດສະເໜີ, ອົງການນີ້ໄດ້ກຳນົດ 36 ປະເທດ ທີ່ພວມເປັນໜ້າວິຕົກກັງວົນອາດສາມາດຖືກຫ້າມເດີນທາງໄປມາຢ່າງສິ້ນເຊິ່ງ ຫຼື ສ່ວນໜຶ່ງຖ້າບໍ່ບັນລຸໄດ້ຄວາມຮຽກຮ້ອງຕ້ອງການຂອງອາເມລິກາ ພາຍໃນຮອບເວລາ 60 ວັນ. ບັນດາປະເທດນີ້ລວມມີ: Angola, Cameroon, Bhutan, Burkina Faco, Cabo Verde, Campuchia, Cote d'Ivoire, Congo, Djibouti, Dominica, Egypt, Ethiopia, Ghana, Nigeria…

ບັນດາເຫດຜົນເຊິ່ງບັນດາປະເທດນີ້ຖືກອາເມລິກາ ນຳເຂົ້າບັນຊີລາຍຊື່ຫ້າມເດີນທາງໄປມາ ລວມມີການບໍ່ໃຫ້ຄວາມຮ່ວມມືໃນການເນລະເທດພົນລະເມືອງຂອງເຂົາເຈົ້າອອກຈາກ ອາເມລິກາ ເມື່ອມີຄຳສັ່ງ, ພົນລະເມືອງຂອງບັນດາປະເທດນີ້ໝົດວິຊາ ຢູ່ ອາເມລິກາ ກາຍກຳນົດວິຊາ, ພົນລະເມືອງຂອງບັນດາປະເທດເຂົ້າຮ່ວມບັນດາການເຄື່ອນໄຫວກໍການຮ້າຍ, ຕ້ານຊາວຢິວ ແລະ ອາເມລິກາ.


top