ວັນທີ 15 ເມສາ, ອຳນາດການປົກຄອງ ອາເມລິກາ ໄດ້ກ່າວເຕືອນຈະຈັດວາງຄຳສັ່ງລົງໂທດຕໍ່ບັນດາປະເທດທີ່ສືບຕໍ່ຊື້ນ້ຳມັນຈາກ ອີຣານ, ໃນສະພາບການ ວໍຊິງຕັນ ຜັນຂະຫຍາຍການປິດລ້ອມການເດີນເຮືອເລັ່ງໃສ່ ເຕເຮຣານ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Scott Bessent ຢູ່ທຳນຽບຂາວ ໃນວັນທີ 15/4. (ພາບ: AP)
ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະຈັດວາງ “ຄຳສັ່ງລົງໂທດຂັ້ນຮອງລົງມາ” ຖ້າພົບເຫັນມີການທຸລະກຳທາງການເງິນທີ່ກ່ຽວຂ້ອງເຖິງ ອີຣານ. ທ່ານໄດ້ສົ່ງຄຳກ່າວເຕືອນເຖິງທະນາຄານ ຈີນ ຈຳນວນໜຶ່ງ, ພ້ອມທັງຈັດວາງຄຳສັ່ງລົງໂທດຕໍ່ກວ່າ 20 ສ່ວນບຸກຄົນ, ບໍລິສັດ ແລະ ກ່ຳປັ່ນຂົນສົ່ງນ້ຳມັນຂອງ ອີຣານ. ການກະທຳດັ່ງກ່າວ ນອນໃນຍຸດທະສາດ “ກໍ່ກຳລັງກົດດັນສູງສຸດ” ຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ແນໃສ່ໂຄງການນິວເຄຼຍ ແລະ ບັນດາການເຄື່ອນໄຫວຂອງ ເຕເຮຣານ.
ວໍຊິງຕັນ ກໍຕັດສິນບໍ່ຕໍ່ກຳນົດເວລາກົນໄກຍົກເວັ້ນຄຳສັ່ງລົງໂທດສຳລັບນ້ຳມັນ ອີຣານ ເທິງທະເລຕື່ມອີກ, ເຊິ່ງໄດ້ຊ່ວຍນຳນ້ຳມັນນັບຮ້ອຍລ້ານຖັງອອກສູ່ຕະຫຼາດ. ພ້ອມດຽວກັນນັ້ນ, ອາເມລິກາ ຢຸດຕິການຍົກເວັ້ນທີ່ຄ້າຍຄືກັນສຳລັບນ້ຳມັນ ລັດເຊຍ ແລະ ສົ່ງຄຳກ່າວເຕືອນເຖິງທະນາຄານແຫ່ງຕ່າງໆຢູ່ຫຼາຍປະເທດທີ່ກໍ່ຄວາມສ່ຽງຖືກລົງໂທດ.