ຂ່າວສານ

ອາ​ເມ​ລິ​ກາ ຈະ​ເຊື່ອມ​ຕໍ່​ການ​ບຸກ​ໂຈມ​ຕີ ທາງ​ອາ​ກາດຖ້າ​ການ​ເຈ​ລະ​ຈາ​ກັບ ອີ​ຣານບໍ່​ໄດ້​ຮັບ​ຜົນ

ຕາມ​ທ່ານ Trump ແລ້ວ, ອີ​ຣານ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເຈ​ລະ​ຈາ​ພາຍຫຼັງ​ທີ່ຖືກ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢ່າງ​ຮ້າຍ​ແຮງ​ໃນ​​ເກືອບສອງ​ອາ​ທິດ​ຜ່ານ​ມາ.
  ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ (ພາບ: ANI/VNA)  

ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ແລະ ເຕ​ເຮ​ຣານ ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ ຢ່າງ​ລະ​ອຽດ ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ຢຸດ​ຕິກ​ານ​ປະ​ທະ​ກັນ, ແຕ່​ກ່າວ​ເຕືອນ​ວ່າ ອາ​ເມ​ລິ​ກາ ຈະ​​ສືບ​ຕໍ່ດຳ​ເນີນ​​ການ​ກະ​ທຳ​ດ້ານ​ການ​ທະ​ຫານໂດຍ​ໄວ ​ຖ້າຫາກ​ວິ​ວັດ​​ທາງ​ການ​ທູດ​ບໍ່​ໄດ້​ຮັບ​ຜົນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 27 ກໍ​ລະ​ກົດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ສອງ​ຝ່າຍ​ຍັງ​ມີ​ໂອ​ກາດ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ. ຕາມ​ທ່ານ Trump ແລ້ວ, ອີ​ຣານ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເຈ​ລະ​ຈາ​ພາຍຫຼັງ​ທີ່ຖືກ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢ່າງ​ຮ້າຍ​ແຮງ​ໃນ​​ເກືອບສອງ​ອາ​ທິດ​ຜ່ານ​ມາ.

ໃນ​ຂະ​ນະ​ນັ້ນ, ຝ່າຍ​ອີ​ຣານ ​ຢັ້ງ​ຢືນ​ວ່າຍັງ​ຄົງ​ຮັກ​ສາ​ຊ່ອງ​ຕິດ​ຕໍ​ພົວ​ພັນ​ຜ່ານ​ບັນ​ດາ​ປະ​ເທດ​ເປັນ​ກາງ​ ແຕ່ໄດ້​ປະ​ຕິ​ເສດ​ຂໍ້​ມູນ​ຂ່າວ​ທີ່​ວ່າ ເຕ​ເຮ​ຣານ ເປັນ​ເຈົ້າ​ການ​ສະ​ເໜີ​​ດຳ​ເນີນການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ ວໍ​ຊິງ​ຕັນ. ທ່ານ Esmail Baghaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຖື​ວ່າ ບັນ​ດາ​ຂໍ້​ມູນ​ຂ່າວ​ນີ້​ແມ່ນ​ບໍ່​ຊັດ​ເຈນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ອີ​ຣານ ບໍ່​ປະ​ລະ​​ມາດ​ຕະການ​ທາງ​ການ​ທູດ​ເທື່ອ. ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອີ​ຣານທ່ານ​ໜຶ່ງ ກໍ່​ໃຫ້​ຮູ້​ວ່າ ເຕ​ເຮ​ຣານ ຈະ​ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​​ຕາບ​ໃດ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິ​ການບຸກ​ໂຈມ​ຕີ​ທາງ​ອາ​ກາດ.


top